ເຈົ້າແຂວງຊີ້ນໍາ 11 ວຽກງານສຳຄັນ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ

ເພື່ອເປັນທິດຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ດ້ວຍປະສິດທິຜົນສູງສຸດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລີຄຳໄຊ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການຈຸດສຸມ 6 ເດືອນທ້າຍປີ 2021 ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2021 ຢູ່ຫ້ອງວ່າການແຂວງ.

ຜ່ານການສະເໜີລາຍງານ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຫັນວ່າຍັງມີສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດ, ບັນຫາລັກລົດ, ການເພີ່ມທະວີການຄວບຄູມ, ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19, ມາດຕະການຮັບມື ແລະ ແຜນການສ້າງວຽກເຮັດງານທຳ ໃຫ້ແຮງງານລາວທີ່ກັບມາແຕ່ຕ່າງປະເທດ, ການແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ທີ່ຜິດກົດໝາຍ, ການລັກລອບນໍາເຂົ້າພາຫະນະແບບບໍ່ຖືກຕ້ອງ, ແກ້ໄຂ ແລະ ປັບປຸງ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກບັນດາໂຄງການການລົງທຶນ, ການຈັບຈອງ ແລະ ນຳໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງ, ການຍົກລະດັບຄຸນນະພາບຂອງການສຶກສາ ແລະ ວຽກງານອື່ນໆ.

ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາສຳຄັນໃນຕໍ່ໜ້ານີ້ ເປັນຕົ້ນແມ່ນ ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ເຄື່ອນໄຫວຕິດຕາມບໍລິເວນຊາຍແດນ ເພື່ອສະກັດຄົນລັບລອບເຂົ້າເມືອງທີ່ຜິດກົດໝາຍ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານສັງຄົມ ໃຫ້ຫຼຸດຫນ້ອຍຖອຍລົງ ເທື່ອລະກ້າວ.

ຄຸ້ມຄອງເສດຖະກິດໃຫ້ໝັ້ນທ່ຽງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ມີທິດຫັນປ່ຽນໃໝ່ຢ່າງແຂງແຮງ, ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານຕາມຖານລາຍຮັບ ທີ່ໄດ້ກໍານົດໄວ້ ໃຫ້ໄດ້ຢ່າງຄົບຖ້ວນ, ວ່ອງໄວ, ໂປ່ງໄສ, ກວດກາໄດ້ ແລະ ອັດສິ່ງຮົ່ວໄຫຼ.

ເອົາໃຈໃສ່ປົກປັກຮັກສາຄຸ້ມຄອງ ແລະ ສ້ອມແປງເສັ້ນທາງເທດສະບານເມືອງໃນຊ່ວງລະດູຝົນ, ຕິດຕາມການປູກເຂົ້ານາປີ, ການປູກພືດລະດູຝົນ ໃຫ້ໄດ້ຕາມແຜນການ, ເຝົ້າລະວັງການລະບາດຂອງພະຍາດພືດ-ພະຍາດສັດ, ຊຸກຍູ້ສົ່ງເສີມ ການປູກພືດກະສິກຳ, ກຸ່ມຜະກະສິກໍາ, ກະສິກຳສະອາດ ຜັກເຮືອນຮົ່ມ ໃຫ້ຂະຫຍາຍເນື້ອທີ່ການປູກໃຫ້ກວ້າງຂວາງ.

ສືບຕໍ່ຂຶ້ນທະບຽນໃບຕາດິນ ໃຫ້ໄດ້ຕາມແຜນ, ເອົາໃຈໃສ່ຕິດຕາມກວດກາສະພາບດິນຟ້າອາກາດ ຢ່າງເປັນປົກກະຕິ ແຈ້ງເຕືອນໃຫ້ທັນການ ເພື່ອຫຼີກລ້ຽງຜົນກະທົບຕໍ່ການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນບັນດາເຜົ່າ.

ເປັນເຈົ້າການປະຕິບັດມາດຕະກາດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ, ເອົາໃຈໃສ່ຈັດສັນ ຜູ້ທີ່ເຂົ້າຮັບການສັກວັກຊີນກັນພະຍາດ ໂຄວິດ-19 ໃຫ້ເປັນລະບົບ-ລະບຽບ ບໍ່ແອອັດ ພ້ອມທັງຮັກສາມາດຕະການຕ້ານໂຄວິດ-19 ຢ່າງເຂັ້ມງວດ ແລະ ການສັກວັກຊີນປ້ອງກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດເພີ່ມຂື້ນ.

ໃຫ້ທຸກພາກສ່ວນ ສືບຕໍ່ເອົາໃຈຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 05/ຂບຊ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມຢ່າງເຂັ້ມງວດ ແລະ ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ນິຕິກໍາຕ່າງໆ ຂອງພັກ ແລະ ລັດ ກໍ່ຄືຂອງຄະນະສະເພາະກິດທີ່ວາງອອກ ໃຫ້ມີປະສິດທິຜົນ ແລະ ເຂັ້ມງວດກວ່າເກົ່າ ໂດຍສະເພາະການຫ້າມຈັດງານທາງສາສະໜາ, ງານລ້ຽງສັງສັນຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫຼຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອ.

ໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່, ບຸກບືນ, ຕິດຕາມຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນ ເພື່ອພັດທະນາ, ສ້າງຜົນງານ ແລະ ປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ສືບຕໍ່ຕິດຕາມ, ກວດກາ ແລະ ປະສານສົມທົບ ຢ່າງໃກ້ຊິດຕິດແທດ ກັບອົງການປົກຄອງແຂວງ ກໍ່ຄືບັນດາຂະແໜງການ ເພື່ອສ້າງເງື່ອນໄຂ, ຮ່ວມມື ແລະ ຊຸກຍູ້ໃຫ້ອົງການປົກຄອງແຂວງ ປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍ ການປົກຄອງທ້ອງຖີ່ນ ໃຫ້ມີປະສິດທິຜົນສູງ.

About admins14