ຮອງປະທານສະພາປະຊາຊົນ ແຂວງ ບໍລິຄໍາໄຊ ຊຸກຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະກົດໝາຍຢູ່ ປກສ ແຂວງ          

          ວັນທີ 14 ທັນວາ 2021 ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢູ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ,  ມີທ່ານ ພັນໂທ ເຄນວອນ ລໍວັນໄຊ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະຫ້ອງ, ຄ້າຍຄຸມຂັງ-ດັດສ້າງ, ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ພາຍຫລັງທີ່ສະພາປະຊາຊົນ ມີຄໍາຖາມເຈາະຈິ້ມ, ກອງຊັນຊາການ ປກສ ແຂວງ ກໍ່ໄດ້ພັດປ່ຽນກັນ ຜ່ານບົດລາຍງານຫຍໍ້ ການປະສານງານ, ການສ່ອງແສງລາຍງານລະຫວ່າງ ສະພາປະຊາຊົນແຂວງ ກັບ ກອງບັນຊາການ ປກສ ແຂວງ, ເຊີ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຊິ່ງໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ, ຍ້ອນການປະສານສົມທົບກັນລະຫວ່າງ ສະພາປະຊາຊົນ ແຂວງ ກັບກຳລັງປ້ອງກັນຄວາມສະຫງົບ ຢ່າງເປັນປົກກະຕິຕໍ່ເນື່ອງ, ຍ້ອນມີນິຕິກຳ, ກົດໝາຍ ເປັນບ່ອນອິງຈື່ງເຮັດໃຫ້ຂອດປະສານງານໃນການເຄື່ອນໄຫວຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຢູ່ກອງບັນຊາການ ປກສ ແຂວງ ໄດ້ຮັບຜົນດີ.

ຈາກນັ້ນ ບັນດາທ່ານທີ່ຕາງໜ້າໃຫ້ກັບຫ້ອງ, ຄ້າຍຄຸ້ມຂັງ-ດັດສ້າງ ໄດ້ຜັດປ່ຽນກັນຂື້ນລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ທີ່ຍັງມີຂໍ້ຄົງຄ້າງບາງດ້ານ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂື້ນ ເຊັ່ນ: ວຽກງານການດຳເນີນຄະດີຕ່າງໆ, ການເຂົ້າ-ອອກເມືອງຜິດກົດໝາຍ, ການມາດຳເນີນທຸລະກິດ, ຄ້າ-ຂາຍ ແລະ ດໍາລົງຊີວິດຂອງຄົນຕ່າງປະເທດຢູ່ພາຍໃນແຂວງ ບໍລິຄໍາໄຊ, ການຍົກຍ້າຍຖີ່ນຖານຂອງປະຊາຊົນຈໍານວນໜຶ່ງຍັງບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນຫາອື່ນໆທີ່ນຳສະເໜີໃຫ້ປະທານ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມໄດ້ຄົ້ນຄ້ວາປຶກສາຫາລືປັບປຸງແກ້ໄຂໃຫ້ດີຂື້ນເປັນກ້າວໆ.

          ຕອນທ້າຍ ທ່ານ ເລື່ອນວິໄລ ຈັນທະລາພັນ  ຮອງປະທານສະພາປະຊາຊົນ ແຂວງ ບໍລິຄໍາໄຊ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາເຊິ່ງໄດ້ເນັ້ນໜັກໃນການກວດກາຄຸ້ມຄອງຄົນຕ່າງປະເທດທີ່ມາດໍາເນີນທຸລະກິດ, ດໍາລົງຊີວິດຢູ່ພາຍໃນແຂວງ, ການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ການດໍາເນີນການສືບສວນ-ສອບສວນ, ແກ້ໄຂຄະດີໃຫ້ຖືກຕ້ອງຍຸຕິທໍາ, ເອົາໃຈໃສ່ກວດກາຕິດຕາມການຍົກຍ້າຍຖິ່ນຖານ, ການຂື້ນທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວໃຫ້ພົນລະເມືອງລາວ ແລະ ຊາວຕ່າງດ້າວໃຫ້ມີຄວາມຖືກຕ້ອງຕາມລະບຽບຫຼັກການຢ່າງເຂັ້ມງວດ, ເພີ່ມທະວີໃນການຄຸ້ມຄອງ, ສຶກສາອົບຮົມ, ຝຶກວິຊາຊີບໃຫ້ກັບບັນດານັກໂທດ-ດັດສ້າງ ໃຫ້ມີຄວາມຕື່ນຕົວເຄົາລົບ ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ, ທັງໝົດນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຢູ່ກອງບັນຊາການ ປກສ ແຂວງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

 

About admin11