ໄຊຈຳພອນ ຈັດກອງປະຊຸມ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ໃນວັນທີ 12 ທັນວາ 2021 ທີ່ຫ້ອງປະຊຸມຫ້ອງການບ້ານນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢູ່ເມືອງໄຊຈຳພອນ, ເປັນປະທານໂດຍ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ມີບັນດາການນຳເມືອງ, ນາຍບ້ານກຸ່ມບ້ານນ້ຳອ້ອນ, ກຸ່ມບ້ານໂພນສີ, ຄະນະຮັບຊອບ ກອງເລຂາ  ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງໄຊຈຳພອນ ວ່າດ້ວຍການແຕ່ງຕັ້ງຄະນະນໍາພາ-ຊີ້ນໍາ ແລະ ຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງ,  ຜ່ານຮ່າງເນື້ອໃນຜັນຂະຫຍາຍວາລະແຫ່ງຊາດກ່ຽວ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງເມືອງ ໂດຍໃຫ້ຮູ້ວ່າ: ໄລຍະຜ່ານມາອົງການຈັດຕັ້ງພັກ-ລັດ ກໍ່ຄືການນຳຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ເອົາໃຈໃສ່ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກທີ່ສຳຄັນ ໂດຍອິງໃສ່ບັນດາມະຕິ, ຄຳສັ່ງຕ່າງໆຂອງຂັ້ນເທິງ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດດ້ວຍຮູບການຕ່າງໆ ເປັນຕົ້ນແມ່ນປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 30/ນຍ ລົງວັນທີ 12 ສິງຫາ 2011, ຈັດຕັ້ງຜັນຂະຫຍາຍວຽກ 4 ເຖື່ອນ 9 ຫົວຂໍ້ສໍາມະນາວິທະຍາສາດ ເຂົ້າໃນໂຄງການຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງຢາເສບຕິດ ໂດຍແຂວງໄດ້ນຳພາເຮັດທົດລອງ ແລະ ມອບໃຫ້ບັນດາເມືອງສຶບຕໍ່ປະຕິບັດ,  ນຳເອົາໂຄງການດັ່ງກ່າວ ເຂົ້າໃນຫຼັກສູດການຮຽນ-ການສອນ, ຈັດຕັ້ງວິຊາສະເພາະລົງແກ້ໄຂປະກົດການຫຍໍ້ທໍ້ ເຜີຍແຜ່ນິຕິກຳຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ແລະ ຄະນະຮັບຜິດຊອບ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ເຂົ້າໃນຮ່າງຜັນຂະຫຍາຍວາລະແຫ່ງຊາດ ເພື່ອໃຫ້ມີເນື້ອໃນເປັນອັນລະອຽດ.

ຕອນທ້າຍກອງປະຊຸມ ທ່ານ ໂກ່ ໄຊສົມບັດ ໄດ້ໂອ້ລົມ ໂດຍທ່ານໄດ້ເນັ້ນໜັກໃນການໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ, ໄພອັນຕະລາຍຂອງຢາເສບຕິດຕໍ່ເດັກນ້ອຍ ແລະ ຜູ້ທີ່ຢູ່ໃນເຂດຊົນນະບົດໃຫ້ຮັບຮູ້ ແລະ ພ້ອມກັນສະກັດກັ້ນແກ້ບັນຫາຢາເສບຕິດພາຍໃນເມືອງໄຊຈຳພອນໃຫ້ໝົດໄປ.

 

 

About admin11