ຮອງປະທານສະພາປະຊາຊົນແຂວງ ລົງຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ

ໃນວັນທີ 5 ກໍລະກົດ 2022 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ່ທ່ານ ໃສຄໍາ ທອງລັດ ຮອງປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມຄົບຄະນະກຳມະການຍຸຕິທຳ, ປກສ-ປກຊ ມີຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນໍາຂອງເມືອງ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການເຜີຍແຜ່ 2 ເອກະສານສໍາຄັນຄື: ພາລະບົດບາດ, ສິດ, ໜ້າທີ່ຂອງ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄົບຄະນະ ກຳມະການຍຸຕິທຳ ຂອງກຳລັງ ປກຊ-ປກສ ປະຈຳປີ 2021. ຈາກນັ້ນໄດ້ຮັບຟັງບົດລາຍງານຫຍໍ້ຈາກ ອົງການໄອຍະການປະຊາຊົນເຂດ 2 ໃນການຕິດຕາມ ກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ແລະ ການປະຕິບັດຄຳຕັດສິນຂອງສານ, ລາຍງານການດຳເນີນຄະດີສານປະຊາຊົນເຂດ 2, ລາຍງານປະຕິບັດຄໍາຕັດສິນຂອງສານ ຂອງຫ້ອງການຍຸຕິທໍາເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022 ແລະ ການຄົ້ນຄ້ວາຄໍາສະເໜີຂໍຄວາມເປັນທໍາຂອງປະຊາຊົນ ໃນໄລຍະ 6 ເດືອນຜ່ານມາ, ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດເຫັນ ແລະ ແລກປ່ຽນຖອດຖອນບົດຮຽນ ຢ່າງກົງໄປກົງມາຕໍ່ກັບວຽກງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

ໃນຕອນທ້າຍ ທ່ານ ໃສຄໍາ ທອງລັດ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານທີ່ຍາດໄດ້ໃນໄລຍະທີ່ຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ບັດດາປະທານອົງການກວດກາລັດເມືອງຄຳເກີດ, ຫົວໜ້າຫ້ອງການ, ພ້ອມດ້ວຍຄະນະກໍາມະການທີ່ກ່ຽວຂ້ອງເອົາໃຈໃສ່ໃນວຽກງານສືກສາອົມຮົມການເມືອງແນວຄິດ ພະນັກງານຂອງຫ້ອງການຕົນຮັບຜິດຊອບ ເພື່ອໃຫ້ມີຄວາມເຂົ້າໃຈໃນການເຄື່ອນໄຫວວຽກງານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ.

About admins14