ວຽງທອງ ເອົາໃຈໃສ່ວຽກງານປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19

ກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ2022 ຢູ່ຫ້ອງວ່າການເມືອງວຽງທອງ ເຂົ້າຮ່ວມໂດຍ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ມີຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດບັນທຶກຄວາມເຂົ້າໃຈ ຂອງກະຊວງສາທາລະນາສຸກ ແລະ ກະຊວງພາຍໃນໃນການຮ່ວມມືທາງດ້ານວິຊາການໃນຂົງເຂດສາທາລະນະສຸກ ແລະ ຂົງເຂດການປົກຄອງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖີ່ນ ແລະ ສົ່ງເສີ່ມການບໍລິການຂອງລັດໃນຂະແໜງການສາທາລະນະສຸກ (ສຳລັບປີ 2022-2026) ເຊີ່ງໄດ້ປະກອບມີ: 6 ມາດຕາ ເພື່ອເປັນການສ້າງ ສາຍພົວພັນ, ຮ່ວມມືທັງເປັນການຊຸກຍູ້, ສົ່ງເສີ່ມການຮ່ວມມືທາງດ້ານວິຊາການໃນ 2 ຂົງເຂດວຽກງານດ້ານການປົກຄອງຕາມທິດນໍາ 3 ສ້າງໃຫ້ເຂົ້າສູ່ລວງເລີກ ແລະ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ, ປະສານງານຂັ້ນແຂວງ, ເມືອງ ແລະ ບ້ານໂດຍມີການສົ່ງເສີ່ມ ການໃຫ້ການບໍລິການຂອງລັດແລະການມີສ່ວນຮ່ວມຈາກຊຸມຊົນ ໃນການໂຕ້ຕອບກັບພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງດ້ານການຮັກສາສຸຂະພາບຂັ້ນຕົ້ນ ໃນໄລຍະທີມີການລະບາດ ແລະໄລຍະປົກກະຕິ ເພື່ອບັນລຸເປົ້າໝາຍການປົກຄຸມສຸຂະພາບທົ່ວປວງຊົນ.

ກອງປະຊຸມໄດ້ຜ່ານແຈ້ງການຄະນະສະເພາະກິດຂັ້ນເມືອງ ເລກທີ 06/ສພກ ເລື່ອງການຊີ້ນຳ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ການໃຫ້ວັກຊິນຮອບປົກກະຕິ ໃຫ້ບັນລຸຄາດໝາຍທີ່ວາງໄວ້ ແລະ ໄດ້ຜ່ານຂໍ້ຕົກລົງ ເລກທີ432/ມວທ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຂັ້ນເມືອງ ເພື່ອປ້ອງກັນ ,ຄວບຄຸມ, ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພະຍາດຕາມລະດຸການ, ວຽກງານສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ວັກຊິນຮອບປົກກະຕິໃຫ້ບັນລຸຄາດໝາຍທີ່ວາງໄວ.

About admins14