ອົງການໄອຍະການແຂວງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໜຸ່ມໜ່ວຍຮາກຖານ ອົງການໄອຍະການແຂວງ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ປີ 2022 ທີ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ເກສັນ ຍັງຈະເລີນ ຮອງເລຂາຄະນະຊາວໜຸ່ມໜ່ວຍຮາກຖານ ອົງການໄອຍະການແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ທອງໃບ ພຽນວົງ ເລຂາໜ່ວຍພັກຮາກຖານອົງການໄອຍະການແຂວງ ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ຜ່ານການຕິດຕາມ, ກວດກາ ເຫັນວ່າຊາວໜຸ່ມໜ່ວຍຮາກຖານອົງການໄອຍະການແຂວງ ໄດ້ຈັດຕັ້ງປະຕິບັດຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວວາງອອກ, ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 98,5%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 98,5%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 98,7% ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ຕີລາຄາໄດ້ 98,5%.

ສໍາລັບແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າ ບຸກດ້ານແນວຄິດ ໃຫ້ໄດ້ 98,6%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 98,6%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 98,8%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ໃຫ້ໄດ້ 98,6%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊ ນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານອົງການໄອຍະການແຂວງ ໃຫ້ກຽດມອບໂດຍ ສະຫາຍ ທະນູວັນ ວົງມະນີ ແລະ ຮັບໂດຍ ສະຫາຍ ເກສັນ ຍັງຈະເລີນ.

About admins14