ຮອງປະທານສະພາປະຊາຊົນແຂວງ ລົງກວດກາຄອງຊົນລະປະທານ ຢູ່ເມືອງວຽງທອງ

 

ໃນວັນທີ 15 ມີນາ 2021 ທ່ານ ນວນສະຫວັນ ແສງມະນີ ຮອງປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ພ້ອມດ້ວຍທິມງາມຂັ້ນແຂວງ, ຂັ້ນເມືອງ ໄດ້ລົງມາກວດກາ ຕິດຕາມເບີ່ງຊົນລະປະທານ ບ້ານນໍ້າກ້າງ, ບ້ານກົກຂາມ ແລະ ບ້ານໂພນດູ່ ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍການນໍາພາທາງຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ.

ຈຸດປະສົງ ການລົງຄັ້ງນີ້ ແມ່ນກວດກາຕິດຕາມເບີ່ງຊົນລະປະທານ ທີ່ໄດ້ກໍ່ສ້າງໃນໄລຍະຜ່ານມາ ວ່າຍັງນໍາໃຊ້ໄດ້ ຫືຼ ບໍ່ ເພາະມີຄໍາສະເໜີຂອງປະຊາຊົນບາງບ້ານ ໄດ້ສະເໜີຫາສະພາວ່າຊົນລະປະທານແມ່ນນໍາໄຊ້ບໍ່ໄດ້, ມີການເປ່ເພ ຜ່ານການລົງກວດຕົວຈີງເຫັນວ່າ ມີບາງບ່ອນເປ່ເພເລັກໜ້ອຍ ສາມາດນໍາໃຊ້ແຮງງານຂອງຊາວບ້ານສ້ອມແປງຄືນກໍ່ໄດ້, ດັ່ງນັ້ນ ທ່ານຮອງປະທານສະພາ ຈື່ງໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງ, ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມຮັບຜິດຊອບສູງ ໃນການອະນາໄມສ້ອມແປງ, ຖ້າແປງ ຫຼື ເຮັດບໍ່ໄດ້ ຈຶ່ງນໍາສະເໜີຫາຂັ້ນເທິງຊ່ວຍສ້ອມແປງ, ຕ້ອງເປັນເຈົ້າການໃນການປົກປັກຮັກສາ ແລະ ນໍາໃຊ້ເພື່ອຮັບປະກັນໃນການນໍາໃຊ້ນໍ້າເຂົ້າໃນການຜະລິດລະດູແລ້ງ ແລະ ລະດູຝົນໃຫ້ໄດ້ຮັບຜົນດີ.

About admin11