ປກສ ແຂວງ ເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຢູ່ 03 ໂຮງຮຽນ

 

ໃນລະຫວ່າງ ວັນທີ ວັນທີ 11-12 ມີນາ 2021 ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຢູ່ໂຮງຮຽນ ມ.ສ ນາກຸນ ເມືອງບໍລິຄັນ, ມ.ສ ວຽງທອງ ເມືອງວຽງທອງ ແລະ ມ.ສ ຄໍາເກີດ ເມືອງຄໍາເກີດ ແຂວງບໍລິຄຳໄຊ, ນໍາທີມງານໂດຍທ່ານ ພັນຕີ ພິລະພົງ ວິຊຸນດາລາ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມທີມງານ, ມີຄະນະອໍານວຍການ, ຄູ-ອາຈານ, ຕະຫຼອດຮອດນ້ອງນັກຮຽນແຕ່ຊັ້ນ ມ.3 ຫາ ມ.7 ເຂົ້າຮ່ວມ.

ເອກະສານທີ່ນຳລົງເຜີຍແຜ່ ປະກອບມີ: ເອກະສານ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ປະມວນກົດໝາຍອາຍາ ວ່າດ້ວຍການກະທໍາຜິດກ່ຽວກັບຢາເສບຕິດ ມາດຕາ 314 ຫາ ມາດຕາ 325 ເຊີ່ງໄດ້ຍົກໃຫ້ເຫັນໂທດຕໍ່ກັບ ຜູ້ຜະລິດ, ຜູ້ເສບ, ຂົນສົ່ງ ແລະ ຄ້າຂາຍ, ນອກນັ້ນ ຍັງໄດ້ຍົກໃຫ້ເຫັນປະເພດຂອງຢາເສບຕິດໃນແບບຕ່າງໆ ທີ່ມີຜົນທໍາຮ້າຍຕໍ່ຮ່າງກາຍໂດຍກົງທີ່ແຕກຕ່າງກັນ, ເມື່ອຕົກເປັນທາດຂອງຢາເສບຕິດແລ້ວ ຜູ້ເສບຈະມີຮ່າງກາຍຈ່ອຍຜ່ອມ, ຊຸດໂຊມ, ສຸຂະພາບອ່ອນແອ ແລະ ມີພະຍາດແຊກຊ້ອນໄດ້ງ່າຍ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ລະບົບປະສາດເກີດອາການພາບຫຼອນ, ຄວບຄຸມຕົນເອງບໍ່ໄດ້ ຈົນເຖິງຂັ້ນທຳຮ້າຍຮ່າງກາຍຕົນເອງ ແລະ ບຸກຄົນອື່ນທີ່ຢູ່ອ້ອມຂ້າງ ແລ້ວເປັນສາເຫດໜຶ່ງທີ່ເຮັດໃຫ້ຄອບຄົວ, ສັງຄົມບໍ່ມີຄວາມສະຫງົບ, ເປັນສາເຫດຕົ້ນຕໍ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ເຊັ່ນ: ການຂີ່ລັກງັດແງະ, ປຸ້ນຈີ້ຊິງຊັບ, ການກໍ່ອາລະວາດຕີກັນ, ຄາດຕະກໍາ ແລະ ກໍ່ເຫດອາດຊະຍາກໍາໃນຮູບແບບຕ່າງໆ ເຊິ່ງບັນຫາດັ່ງກ່າວແມ່ນເປັນຜົນກະທົບໂດຍກົງຕໍ່ລະບອບການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ເປັນການກົດໜ່ວງຖ່ວງດຶງຕໍ່ກັບການສ້າງສາ ແລະ ພັດທະນາປະເທດຊາດ.

ພ້ອມນັ້ນ ກໍ່ໄດ້ສາຍວີດີໂອສາລະຄະດີກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ສະທ້ອນເຫັນໄດ້ເຖິງໂທດທີ່ຕາມມາຕໍ່ກັບຜູ້ເສບ ແລະ ຜູ້ຂາຍ ເມື່ອມີການພົວພັນຫຍຸ້ງກ່ຽວກັບຢາເສບຕິດ ໃຫ້ບັນດາຄູ-ອາຈານ ແລະ ນັກຮຽນ ໄດ້ຮັບຊົມ.

ໂອກາດດຽວກັນ ຍັງໄດ້ຈັດກິດຈະກໍາຖາມ-ຕອບ ເພື່ອເປັນການທົດສອບຄວາມຮັບຮູ້, ຄວາມເຂົ້າໃຈຂອງນ້ອງນັກຮຽນ ເພື່ອນໍາໄປຈັດຕັ້ງປະຕິບັດໃນຊີວິດຕົວຈິງໃຫ້ປອດໄພບໍ່ຕົກເປັນທາດຂອງຢາເສບຕິດ ແລະ ບໍ່ຫຍຸ້ງກ່ຽວພົວພັນກັບຢາເສບຕິດ ແລະ ຫ່າງໄກຈາກຢາເສບຕິດທຸກປະເພດ ດັ່ງຄຳຂວັນທີວ່າ”ຢາເສບຕິດ ເປັນຜິດຕໍ່ຮ່າງກາຍ ເປັນອັນຕະລາຍຕໍ່ສັ່ງຄົມ ຜູ້ເສບຕາຍ ຜູ້ຂາຍຕິດຄຸກ”.

ຕອນທ້າຍ ທ່ານ ພັນຕີ ພິລະພົງ ວິຊຸນດາລາ ຫົວໜ້າພະແນກກວດ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ນ້ອງນັກຮຽນ ຈົ່ງກໍາແໜ້ນເນື້ອໃນຈິດໃຈຂອງການເຜີຍແຜ່ໃນຄັ້ງນີ້, ຮູ້ໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ຕັ້ງໜ້າສຶກສາຮໍ່າຮຽນ, ເປັນລູກທີ່ດີຂອງພໍ່-ແມ່, ຄອບຄົວ ແລະ ສັງຄົມ, ບໍ່ຫຍຸ້ງກ່ຽວກັບຢາເສບຕິດ, ຫັນເອົາເວລາຫວ່າງໄປຊ່ວຍວຽກຄອບຄົວ ແລະ ຫຼິ້ນກິລາເພື່ອຫ່າງໄກຈາກຢາເສບຕິດ.

About admin11