ທ່າພະບາດ ຫວນຄືນມູນເຊື້ອ 3 ວັນປະຫວັດສາດ

 

ວັນທີ 12 ມີນາ ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາຫວນຄືນ 03 ວັນປະຫວັດສາດ: ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ຄົບຮອບ 75 ປີ (21.3.1946 – 21.3.2021 ), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22.3.1955 – 22.3.2021 ) ແລະ ວັນສ້າງຕັ້ງແຂວງ ບໍລິຄໍາໄຊ ຄົບຮອບ 37 ປີ (6.3.1984 – 6.3.2021 ) ໃຫ້ກຽດຂຶ້ນຫວນຄືນເລົ່າມູນເຊື້ອອັນມີຄວາມໜາຍຄວາມສຳຄັນໃນຄັ້ງນີ້ໂດຍ ທ່ານ ພັທ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີພະນັກງານ, ລັດຖະກອນ, ກໍາລັງ ປກຊ-ປກສ ພາຍໃນເມືອງ ເຂົ້າຮ່ວມ.

ໃນພິທີທ່ານ ພັທ ສົມສົດ ແສງອາພອນ ໄດ້ຫວນຄືນປະຫວັດຄວາມເປັນມາ ວັນທີ 21 ມີນາ ເປັນວັນທີ່ພວກລ່າເມືອງຂຶ້ນຝຮັ່ງ ໄດ້ສ້າງໂສກນາດຕະກໍາໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພັກນັກງານນັກຮົບຂອງພວກເຮົາ, ປະຊາຊົນລາວບັນດາເຜົ່າ ສົມທົບກັບກອງກໍາລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນໍາໜ້າ ໄດ້ດໍາເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ບໍ່ຍອມຈໍານົນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ ແລະ ການຕໍ່ສູ້ຢ່າງອົງອາດກ້າຫານຂອງປວງຊົນລາວບັນດາເຜົ່າ ແລະ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນໍາກັນລະຫວ່າງ 2 ຊາດລາວ – ຫວຽດນາມ, ສະນັ້ນ ວັນທີ 21 ມີນາ 1946 ຈຶ່ງໄດ້ກາຍເປັນ “ວັນຄຽດແຄ້ນ” ມາຮອດທຸກວັນນີ້.

ໂອກາດດຽວກັນນີ້ ຍັງໄດ້ຍົກໃຫ້ເຫັນການກຳເນີດຂອງພັກປະຊາຊົນປະຕິວັດລາວວັນ 22 ມີນາ 1955 ທີ່ບ້ານ ນາແມວ ເມືອງ ວຽງໄຊ ແຂວງ ຫົວພັນ, ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊີ້ນໍາ-ນໍາພາປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດ ຢ່າງດຸເດືອດຂ້ຽວຂາດ ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ, ຕະຫລອດ 66 ປີພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ເດັດດ່ຽວຂອງພັກ ປະຊາຊົນເຮົາ ໄດ້ເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈປະຕິວັດ ແລະ ໄດ້ສຸມທຸກກຳລັງວັງຊາ, ສະຕິປັນຍາຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປັກສັກນາໆປະການ ຍາດເອົາໄຊຊະນະ ແລະ ຜົນສຳເລັດຫຼາຍດ້ານ.

ພ້ອມດຽວກັນນັ້ນ ກໍ່ໄດ້ເລົ່າຄວາມເປັນມາຂອງວັນສ້າງຕັ້ງແຂວງບໍລິຄໍາໄຊ ເຫັນວ່າແຂວງບໍລິຄໍາໄຊຂອງພວກເຮົາ ເຄີຍມີມູນເຊື້ອຕໍ່ສູ້ພິລະອາດຫານ ແລະ ມີໄຊຊະນະໃນການຕ້ານການຮຸກຮານ ແລະ ແຊກແຊງຂອງພວກຈັກກະພັດຕ່າງດ້າວຕະຫຼອດມາ ນັບແຕ່ການສ້າງຕັ້ງແຂວງ ບໍລິຄໍາໄຊ ວັນທີ 3 ມີນາ 1984 ຕະຫຼອດໄລຍະ 37 ປີຜ່ານມາ ແຂວງບໍລິຄໍາໄຊຍັງສືບຕໍ່ມີສະຖຽນນະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເປັນກ້າວໆ.

About admin11