ຮອງປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ລົງເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 16 ຕຸລາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ຈຸດປະສົງຂອງການມາເຮັດວຽກໃນຄັ້ງນີ້ ກໍ່ເພື່ອລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ, ແຜນພັດທະນາເສດຖະ ກິດ-ສັງຄົມ ທີ່ຕິດພັນກັບວຽກງານໂພຊະນາການ ແລະ ບັນຫາທີ່ກ່ຽວຂ້ອງກັບເດັກ, ຄວາມສະເໝີພາບຍິງ-ຊາຍ, ບັນຫາປະກົດການຫຍໍ້ທໍ້ຂອງແມ່ຍິງ ແລະ ເດັກ ຢູ່ໃນວຽກງານໂພຊະນາການ ຢູ່ເຂດບ້ານຜາເມືອງ ເມືອງບໍລິຄັນ ໂດຍຈະໄດ້ມີການສົນທະນາແລກປ່ຽນກັບອົງການຈັດຕັ້ງບ້ານ ຕະຫລອດຮອດປະຊາຊົນ ກ່ຽວກັບການດຳລົງຊີວິດຂອງປະຊາຊົນ ດ້ານສຸຂະພາບ ແລະ ການສຶກສາ.

About admins16