ຊາວໜຸ່ມພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນວັນທີ 16 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຕຸ້ຍ ຈັນທະມຸງຄຸນ ເລຂາຮາກຖານຊາວໜຸ່ມພະແນກອຸດສາຫະກໍາ-ການຄ້າແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍຄອນສະຫວັນ ສຸກຂະເສີມ ຄະນະພັກພະແນກອຸດສາຫະກໍາ ແລະ ການຄ້າແຂວງ ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 ແລະ ທິດທາງແຜນການປີ 2020 ເຫັນວ່າຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດ ສາມາດຕີລາຄາໄດ້ 90%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນ 90,5%, ດ້ານການຈັດຕັ້ງ 90,5% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ 90%.

ຫຼັງຈາກນັ້ນກໍ່ໄດ້ມີພິທີ ມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມຮາກຖານພະແນກອຸດສາຫະກໍາ ແລະ ການຄ້າ ໂດຍການໃຫ້ກຽດມອບຂອງ ສະຫາຍ ວັນນະສິນ ສອນວິໄລ.

ໂອກາດນີ້ ສະຫາຍ ວັນນະສິນ ສອນວິໄລ ຍັງໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍ່ຄືແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14