ປ່າໄມ້ແຂວງ ຕິດຕັ້ງປ້າຍເຂດແດນຟື້ນຟູປ່າ ແລະ ປູກປ່າທົດແທນ

 
ໃນຕອນເຊົ້າຂອງວັນທີ 16 ຕຸລາ 2020 ທ່ານ ຂັນມີໄຊ ມີພິມວົງ ຮອງຫົວໜ້າຂະແໜງປ່າໄມ້, ທ່ານ ດຳ ເພີນຈິດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ນຳພາອ້າຍນ້ອງວິຊາການຈາກແຂວງ ແລະ ເມືອງ ລົງສົມທົບກັບອຳນາດການປົກຄອງ ແລະ ປະຊາຊົນ ບ້ານ ນາບອນ ແລະ ບ້ານ ບໍ່ທຶນ ເພື່ອຕິດຕັ້ງປ້າຍເຂດຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ຂອງໂຄງການກໍ່ສ້າງແລວສາຍສົ່ງໄຟຟ້າ 500 ກິໂລໂວນ ແລະ ເນື້ອທີ່ຂະຫຍາຍຂຸດຄົ້ນແຮ່ຫີນຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ 1 ປະຈຳປີ 2020- 2022 ຈຳນວນ 23 ປ້າຍ ບໍລິເວນສາຍພູງູ.

ເຂດດັ່ງກ່າວ ໄດ້ເກີດໄຟໃໝ້ໃນໄລຍະຍາມແລ້ງທີ່ຜ່ານມາ ຈຶ່ງໄດ້ມີແຜນປູກເສີມໃນເນື້ອທີ່ 140 ເຮັກຕາ ເບ້ຍໄມ້ທີ່ນຳມາປູກເສີມໃນຊ່ວງເດືອນ ມິຖຸນາ ທີ່ຜ່ານມາ ປະກອບມີ ເບ້ຍໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ດູ່, ໄມ້ດູ່ລາຍ, ໄມ້ແຄນ ແລະ ໄມ້ເກດສະນາ ຈຳນວນໜຶ່ງ ລວມ 112,000 ເບ້ຍ.

ທ່ານ ຄຳພັນ ສີໃສອ່ອນ ນາຍບ້ານນາບອນ ໄດ້ຕາງໜ້າໃຫ້ແກ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງ 2 ບ້ານ ໄດ້ໃຫ້ຄຳໜັ້ນສັນຍາວ່າ ຈະຕັ້ງໜ້າປົກປັກຮັກສາປ່າໄມ້ ບໍ່ໃຫ້ມີການຕັດໄມ້ທຳລາຍປ່າ ຮັບປະກັນຈະບໍ່ໃກ້ເກີດມີເຫດການໄຟໃໝ້ລາມປ່າ ພ້ອມກັນເປັນຫູເປັນຕາເພື່ອໃຫ້ເຂດດັ່ງກ່າວກັບມາອຸດົມສົມບູນ ເພື່ອອະນາຄົດຂອງລູກຫຼານໃນພາຍພາກໜ້າ.

About admin11