ຮອງນາຍົກລັດຖະມົນຕີ ໂອລົມພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ

ໃນວັນທີ 7 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະປະຈຳພັກແຂວງ ໄດ້ເປັນກຽດຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໃດ້ລາຍງານສະພາບການພັດທະນາເສດຖະກິດ – ສັງຄົມຂອງແຂວງ ເຫັນວ່າ ມີຫຼາຍວຽກງານພົ້ນເດັນ ເປັນຕົ້ນແມ່ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສຳມະນາວິທະຍາສາດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ໃນໄລຍະ 9 ເດືອນຜ່ານມາ ສາມາດປະຕິບັດລາຍຮັບໄດ້ 375,44 ຕື້ກີບ ເທົ່າກັບ 46,50% ໃນນັ້ນ ພຸດສູນກາງ 235,38 ຕື້ກີບ ເທົ່າກັບ 39,21% ແລະ ພູດທ້ອງຖິ່ນ 140,06 ຕື້ກີບ ເທົ່າກັບ 67,66% , ປັດຈຸບັນ ແຂວງບໍລິຄໍາໄຊ ມີເມືອງພົ້ນທຸກແລ້ວ 5 ເມືອງ, ບ້ານພົນທຸກ 260 ບ້ານ ກວມ 91,54%, ຄອບຄົວພົ້ນທຸກ 55.414 ຄອບຄົວ ກວມເອົາ 96,09%, ບ້ານພັດທະນາ 226 ບ້ານ ເທົ່າກັບ 79,57% ແລະ ຄອບຄົວພັດທະນາ 49.705 ຄອບຄົວ ກວມ 86,19%, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ໄດ້ຮັບການສົ່ງເສີມ.

ຍົກສູງຄຸນນະພາບການບໍລິການເອກະສານ ຜ່ານຫ້ອງການບໍລິຫານຜ່ານປະຕູດຽວ, ໂຄງການກໍ່ສ້າງຂົວແມ່ນ້ຳຂອງແຫ່ງທີ V ບໍລິຄຳໄຊ – ບຶງການ ສັນຍາ 1 (ຂົວກາງນໍ້າ) ປະຕິບັດໄດ້ 40,80% ແລະ ສັນຍາ 2 (ຕົວອາຄານດ່ານ ແລະ ທາງເຊື່ອມຕໍ່) ສໍາເລັດ 62,21%.

ນອກນັ້ນ, ທາງແຂວງຍັງໄດ້ສຸມທຸກກໍາລັງແຮງທົ່ວສັງຄົມ ໃນການພັດທະນາແຂວງ ໃຫ້ມີການຫັນປ່ຽນຮອບດ້ານ ໂດຍສະເພາະແມ່ນການປັບປຸງພື້ນຖານໂຄງລ່າງ, ຍົກລະດັບດ້ານການສຶກສາ, ສາທານະນະສູກ ແລະ ວຽກງານອື່ນໆ ໃຫ້ມີຄຸນນະພາບ, ມີບາດກ້າວຂະຫຍາຍຕົວຂຶ້ນເທື່ອລະກ້າວ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນຳຕໍ່ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍໃຫ້ເຂັ້ມຫງວດ, ການແບ່ງຂັ້ນການນໍາພາຄຸ້ມຄອງ ຕ້ອງໃຫ້ເໝາະສົມ ແທດເໝາະກັບຕົວຈິງ, ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານໃນການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການປະຕິບັດວຽກງານ, ຄຸ້ມຄອງລາຍຈ່າຍ ປະຢັດມັດທະຍັດ ບໍ່ຟຸມເຟືອຍ ມີລະບຽບວິໄນ, ນໍາໃຊ້ຊັບພະຍາກອນທີ່ມີ ໃຫ້ເກີດປະໂຫຍດສູງສຸດ, ສຸມໃສ່ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງໃນແຕ່ລະດ້ານ ເພື່ອພັດທະນາເສດຖະກິດ-ສັງຄົມ, ປັບປຸງ ແລະ ສົ່ງເສີມ ການທ່ອງທ່ຽວພາຍໃນ, ສົ່ງເສີມການດຶງດູດການລົງທຶນ ແລະ ຍົກລະດັບການຜະລິດກະສິກໍາ ຕິດພັນກັບພາກອຸດສາຫະກຳປຸງແຕ່ງ ເພື່ອເພີ່ມມູນຄ່າຂອງສິນຄ້າກະສິກຳ, ສົ່ງເສີມການຜະລິດສິນຄ້າທົດແທນ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ, ຫັນມາສົ່ງເສີມ ແລະ ນຳໃຊ້ພະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະກິດ, ຍົກລະດັບສີມືແຮງງານ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ອື່ນໆ.

About admins14