ວຽງທອງ ເຜີຍແຜ່ເຊື່ອມຊືມເອກະສານຂອງຂະແໜງການເງິນ

ຕອນເຊົ້າຂອງວັນທີ 6 ຕຸລາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການການເງິນເມືອງ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊືມເອກະສານຂອງຂັ້ນເທິງຕາມສາຍຕັ້ງ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງ ທ່ານ ບູນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ, ມີພະນັກງານຫ້ອງການ-ການເງິນ ແລະ ແຂກຖືກເຊິນ ເຂົ້າຮ່ວມ.

ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມບັນດາເນື້ອໃນຂໍ້ຕົກລົງ ວ່າດ້ວຍການປະຕິບັດວິໄນພະນັກງານ – ລັດຖະກອນຂະແໜງການເງິນ ໃນທົ່ວປະເທດ, ຄໍາສັ່ງວ່າດ້ວຍການຍົກເລີກການເກັບອາກອນແບບຈີກປີ້, ແຈ້ງການເພີ່ມເຕີມ ກ່ຽວກັບການຈັດຕັ້ງປະຕິບັດເກັບພາສີທີ່ດິນປະຈໍາປີ ແລະ ການແບ່ງປັນຜົນລະຫວ່າງແຂວງກັບເມືອງ, ແຈ້ງການກ່ຽວກັບການປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ, ຄໍາແນະນໍາກ່ຽວກັບການກໍານົດຕໍາແໜ່ງງານ ແລະ ຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

ຈຸດປະສົງ ກໍ່ເພື່ອເຮັດໃຫ້ພະນັກງານຂະແໜງການເງິນໄດ້ຮັບຮູ້, ເຂົ້າໃຈຕໍ່ບັນດາເອກະສານດັ່ງກ່າວຢ່າງຈະແຈ້ງເລິກເຊີ່ງ ແລ້ວພ້ອມກັນນໍາໄປຈັດຕັ້ງປະບັດຢູ່ໃນໜ້າວຽກຕົວຈິງ ຢ່າງມີຄວາມຮັບຜິດຊອບສູງ ແລະ ໃຫ້ໄດ້ຮັບຜົນດີ.

About admins16