ປິດຝຶກອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 7 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ເມືອງປາກກະດິງ

ພິທີປິດຝຶກອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 7 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ໄດ້ຈັດຂື້ນໃນຕອນເຊົ້າວັນທີ 6 ຕຸລາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ພັດສະດີ ພະສີໄກສອນ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງປາກກະດິງ, ມີຕາງໜ້າໂຄງການ ເຂື່ອນໄຟຟ້ານ້ຳເທີນ 1 ຕິດຕາມ, ມີວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບຫຍໍ້ຜົນສຳເລັດການຝຶກອົບຮົມ ເຊິ່ງໄດ້ດຳເນີນມາແຕ່ວັນທີ 4 ຕຸລາ ໂດຍມີຜູ້ຊີ້ນຳ 3 ທ່ານ, ຄູຝຶກ 5 ທ່ານ ແລະ ນັກສຳມະນາກອນມາຈາກໜ່ວຍໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 7 ບ້ານ ຄື: ບ້ານໂພນຈະເລີນ, ປາກຊຸນ, ຫາດຊາຍຄຳ, ດອນໄຊ, ປາກປາງ, ປາກກະດິງເໜືອ ແລະ ບ້ານປາກກະດິງໄຕ້ ເຂົ້າຮ່ວມ 38 ທ່ານ, ຍິງ 7 ທ່ານ.

ການຝຶກອົບຮົມ ໄດ້ຮຽນຮູ້ກ່ຽວກັບວຽກງານຍຸຕິທຳຮາກຖານ, ວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຮຽນຮູ້ກ່ຽວກັບຫຼັກການ, ຂະບວນການ, ວິທີການດຳເນີນການແກ້ໄຂຄຳຮ້ອງທຸກຂອງເຂື່ອນໄຟຟ້ານ້ຳເທີນ 1, ຮຽນຮູ້ກົດໝາຍຄອບຄົວ, ກົດໝາຍປ່າໄມ້, ປະມວນກົດໝາຍແຜ່ງ, ກົດໝາຍປົກປັກຮັກສາສິ່ງແວດລ້ອມ, ນອກນີ້ ນັກສຳມະນາກອນຍັງໄດ້ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ພ້ອມທັງຊັກຖາມວິທະຍາກອນບາງບັັນຫາເພື່ອຄວາມເຂົ້າໃຈແຈ້ງຕື່ມ.

ສະຫຼຸບແລ້ວ ຄວາມເຂົ້າໃຈຂອງນັກສຳມະນາກອນບັ້ນຝຶກອົບຮົມຄັ້ງນີ້ ສາມາດປະເມີນໄດ້ 90% ຂື້ນໄປ.

ເພື່ອຢັ້ງຢືນຜົນສຳເລັດດັ່ງກ່າວ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນ 38 ທ່ານທີ່ຜ່ານການຝຶກອົບຮົມໃນຄັ້ງນີ້.

About admins16