ບໍລິຄຳໄຊ ມີຄອບຄົວພົ້ນທຸກແລ້ວ 96,13%

ໃນໄລະປີ 2020-2022 ອໍານາດການປົກຄອງທຸກຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານ, ພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບວຽກງານສາມສ້າງ, ທ່ານ ສົມເພັດ ຄໍາມະນີ ຫົວໜ້າພະແນກພາຍໃນແຂວງ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໃນວັນທີ 1 ກຸມພາ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ການປະເມີນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມດຳລັດ 348/ລບ ໃນໄລຍະຜ່ານມາ ສາມາດລຶບລ້າງຄອບຄົວທຸກຍາກໄດ້ 940 ຄອບຄົວ, ມີຄອບຄົວພົ້ນທຸກທັງໝົດ 55.480 ຄອບຄົວ ກວມ 96,13%, ຄອບຄົວທຸກຍາກຍັງເຫຼືອ 2.232 ຄອບຄົວ ເທົ່າກັບ 3,86% (ຕາມແຜນໃຫ້ຍັງເຫຼືອບໍ່ເກີນ 5%), ລຶບລ້າງບ້ານທຸກຍາກໄດ້ 13 ບ້ານ, ປະຈຸບັນມີບ້ານພົ້ນທຸກທັງໝົດ 262 ບ້ານ ກວມ 92,25%, ບ້ານທຸກຍາກຍັງເຫຼືອ 22 ບ້ານ ເທົ່າກັບ 7,75%, ສ້າງຄອບຄົວພັດທະນາ 4.659 ຄອບຄົວ, ປັດຈຸບັນ ຄອບຄົວພັດທະນາທັງໝົດ 50.755 ຄອບຄົວ ກວມ 87,94%.

ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ນິຕິກຳຕ່າງໆ ລົງເຜີຍແຜ່ເຊື່ອມຊືມໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ ສາມາດເຜີຍແຜ່ໄດ້ທັງໝົດ 1.720 ຄັ້ງ, ມີຜູ້ເຂົ້າຮ່ວມ 528.666 ເທື່ອຄົນ ແລະ ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງທັງໝົດ 683 ສະຫາຍ, ຍິງ 27 ສະຫາຍ.

ວຽກງານສາມສ້າງ ການປະເມີນສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມ 7 ດ້ານ 66 ຕົວຊີ້ບອກ ແຂວງບໍລິຄຳໄຊສາມາດບັນລຸໄດ້ 6 ດ້ານ, ການປະເມີນເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ ໃນນັ້ນ ເມືອງບັນລຸ 4 ດ້ານ ມີ 2 ເມືອງ, ບັນລຸ 3 ດ້ານ ມີ 4 ເມືອງ ແລະ ເມືອງບໍ່ບັນລຸຈັກດ້ານມີ 1 ເມືອງ ແລະ ການປະເມີນບ້ານ ເປັນຫົວໜ່ວຍພັດທະນາຕາມ 4 ດ້ານ ເຫັນວ່າບ້ານພັດທະນາ 4 ດ້ານ ມີ 228 ບ້ານ, ບ້ານພັດທະນາ 3 ດ້ານ ມີ 35 ບ້ານ, ບ້ານພັດທະນາ 2 ດ້ານ ມີ 7 ບ້ານ, ບ້ານພັດທະນາ 1 ດ້ານ ມີ 8 ບ້ານ ແລະ ບ້ານພັດທະນາ 0 ດ້ານ ມີ 06 ບ້ານ, ພ້ອມນັ້ນ ການຈັດຕັ້ງປະຕິບັດຜັນຂະຫຍາຍບ້ານສາມສ້າງຢູ່ 7 ເມືອງ 17 ບ້ານ ແມ່ນໄດ້ປັບປຸງກົງຈັກການຈັດຕັ້ງຕາມລະບົບ 5 ໜ່ວຍງານສຳເລັດ ແຕ່ລະບ້ານ ມີຫ້ອງການບ້ານ ແລະ ມີການປະຈໍາການຕາມລະບົບ 5 ໜ່ວຍງານ ໂດຍສ່ວນຫລາຍແມ່ນໄດ້ປະຈຳການປົກກະຕິ.

About admins14