ອົງການປົກຄອງແຂວງບໍລິຄຳໄຊ ດຳເນີນກອງປະຊຸມເປີດກວ້າງ ປະຈຳ 6 ເດືອນຕົ້ນປີ

ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການຈຸດສຸມ 6 ເດືອນທ້າຍປີ 2021 ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄ, ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ ເຫັນວ່າ ມີຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບ ແລະ ຄວາມເອົາໃຈໃສ່ສູງ ໂດຍສະເພາະແມ່ນວຽກງານ ປກຊ-ປກສ ເຮັດໃຫ້ສະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ ປະກົດການຫຍໍ້ທໍ້ທາງສັງຄົມ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ 1,92%, ລວມຍອດຜະລິດຕະພັນພາຍໃນ 3.068 ຕື້ກີບ.

ພ້ອມດຽວກັນ ວຽກງານວັດທະນະທຳ-ສັງຄົມ, ວຽກງານປົກຄອງ, ວຽກຍຸຕິທຳ ແລະ ວຽກງານອື່ນໆ ກໍ່ໄດ້ຮັບຄວາມເອົາໃຈໃສສູງ, ຖືກຈັດຕັ້ງປະຕິບັດ ແລະ ພັດທະນາໃຫ້ດີຂຶ້ນເປັນລຳດັບ.

ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດເຫັນ ຕໍ່ຫຼາຍວຽກງານສຳຄັນບັນກາວຽກງານທີ່ພົ້ນເດັ່ນຈາກຂົງເຂດຕ່າງໆ ເປັນຕົ້ນແມ່ນວຽກງານ ປກຊ, ປກສ, ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ພະຍາດ ໂຄວິດ-19, ການປັບປຸງບໍລິການຂອງແພດໝໍ, ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ, ການກະກຽມການສ້າງ, ປັບປຸງນິຕິກຳຂອງແຂວງ ແລະ ວຽກງານອື່ນໆ.

About admins14