6 ເດືອນ ບໍລິຄຳໄຊຢືດຢາບ້າຫຼາຍກວ່າ 3 ແສນເມັດ ແລະ ເຮໂລອິນ 600 ແທ່ງ

6 ເດືອນຕົ້ນປີ ວຽກງານປ້ອງກັນຄວາມສະຫງົບ ບັນຫາທີ່ພົ້ນເດັ່ນກວ່າໝູ່ແມ່ນ ບັນຫາຢາເສບຕິດ, ການລັກລົດຈັກ, ອຸປະຕິເຫດ ແລະ ອີກຄີໄພ ທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍງານຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງ ເປີດກວ້າງ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການຈຸດສຸມ 6 ເດືອນທ້າຍປີ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2021 ຢູ່ຫ້ອງວ່າການແຂວງບໍລິຄໍາໄຊ.

ໄລຍະຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ 109 ລາຍ, ກັກຜູ້ຕ້ອງຫາ 136 ຄົນ, ຢືດຢາບ້າໄດ້ 354.550 ເມັດ, ເຮໂລອິນ 600 ແທ່ງ, ຢາໄອ້ 11 ຫໍ່, ກັນຊາແຫ້ງ 1.242 ກິໂລ, ປືນ 4 ກະບອກ, ລົດໃຫຍ່ 7 ຄັນ, ລົດຈັກ10 ຄັນ ແລະ ເຄື່ອງອື່ນໆຈໍານວນໜຶ່ງ.

ປະຈຸບັນ ຄະນະພັກ-ຄະນະກອງບັນຊາການ ໄດ້ສຸມໃສ່ເອົາກຳລັງວິຊາສະເພາະຢູ່ແຂວງ ໄດ້ລົງສົມທົບກັບກຳລັງ ປກສ ເມືອງ ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຢູ່ບັນດາເມືອງ ໂດຍສະບັນຫາຢາເສບຕິດຢ່າງແຂງແຮງ.

ສຳລັບບັນຫາລັກລົດຈັກ ໂດຍສະເພາະຢູ່ເມືອງປາກຊັນ ສາມາດມ້າງຄະດີໄດ້ 5 ກຸ່ມ, ກັກຜູ້ຕ້ອງຫາໄດ້ 21 ຄົນ ໃນນັ້ນ ຜູ້ລັກ 15 ຄົນ, ຜິ້ຮັບຊື້ 6 ຄົນ, ເກັບກູ້ຂອງກາງປະເພດລົດຈັກ 19 ຄັນ ແລະ ເປັນລາຍບຸກຄົນອີກຈຳນວນໜຶ່ງ.

ຜ່ານມາມີອຸປະຕິເຫດເກີດຂຶ້ນ 178 ລາຍ, ພາຫະນະເປ່ເພ 316 ຄັນ, ຄົນໄດ້ຮັບບາດເຈັບ 263 ຄົນ, ເສຍຊີວິດ 35 ຄົນ, ປະເມີນມູນຄ່າເສຍຫາຍປະມານ 6 ຕື້ກວ່າກີບ, ມີອັກຄີໄພເກີດຂຶ້ນ 9 ຄັ້ງ, ຜົນເສຍຫາຍເຮືອນ 4 ຫຼັງ, ຮ້ານຄາຣາໂອເກະ 1 ຫຼັງ, ຮ້ານຂາຍເຄື່ອງ 7 ຮ້ານ, ສວນຢາງ 1 ສວນ, ລົດໃຫຍ່ 1 ຄັນ ແລະ ເຄື່ອງອື່ນໆອີກຈຳນວນໜຶ່ງ, ມູນຄ່າເສຍຫາຍປະມານ 542 ລ້ານກວ່າກີບ.

About admins14