ເຜີຍແຜ່ ການຄຸ້ມຄອງ – ນຳໃຊ້ນ້ຳປະປາ ເຂດບ້ານກ້ວຍອຸດົມ

ໃນຕອນເຊົ້າ ວັນທີ 30 ກໍລະກົດ 2021 ທີ່ສະໂມສອນຫ້ອງການບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ລັດວິສາຫະກິດນ້ຳປະປາ ສາຂາເມືອງປາກຊັນ ໄດ້ລົງເຜີຍແຜ່ລະບຽບການຄຸ້ມຄອງ – ນຳໃຊ້ນ້ຳປະປາ ໂດຍການນຳພາທາງຂອງທ່ານ ພອນໄຊ ດວງເດດ ຫົວໜ້າສາຂານຳ້ປະປາເມືອງປາກຊັນ, ມີອຳນາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຜີຍແຜ່ລະບຽບການຄຸ້ມຄອງ – ນຳໃຊ້ນ້ຳປະປາຊຸມຊົນ ເຂດ ບ້ານກ້ວຍອຸດົມ ເຊິ່ງໄດ້ເນັ້ນເຖິງຄວາມສຳຄັນ, ຫລັກການ – ວິທີການນຳໃຊ້, ຄວາມຮັບຜິດຊອບຂອງໂຄງການ – ພັນທະຂອງຜູ້ຊົມໃຊ້, ການຄິດໄລ່ລາຄາ ແລະ ມາດຕາການຕໍ່ຜູ້ລະເມີດ.

ໂຄງການກໍ່ສ້າງນ້ຳປະມາຊຸມຊົນແຫ່ງນີ້ ໄດ້ຮັບທຶນພັດທະນາ ຈາກທະນາຄານພັດທະນາອາຊີ ຫລື ເອດີບີ ເຊິ່ງໄດ້ເລີ່ມລົມມືກໍ່ສ້າງມາໄດ້ປີກ່ວາແລ້ວ ແລະ ຄາດວ່າຈະສຳເລັດໃນໄວໆນີ້.

 

About admin11