ກອງປະຊຸມ ຄະນະພັກຮາກຖານຫ້ອງພາລາທິການ ຄັ້ງທີ 6 ສະໄໝທີ 1

ຕອນເຊົ້າວັນທີ 16 ມິຖຸນາ 2022 ຄະນະພັກຮາກຖານຫ້ອງພາລາທິການ ປກສ ແຂວງ ບໍລິຄຳໄຊ ໄດ້ເປີດກອງປະຊຸມຄະນະພັກຮາກຖານ ຄັ້ງທີ 6 ສະໄໝທີ I ເປັນປະທານໂດຍ ສະຫາຍ ພັນໂທ ສົມຄິດ ໄຊສົງຄາມ ຄະນະພັກກອງ ບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງພາລາທິການ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພັນເອກ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ມີຄະນະພັກຮາກຖານ, ເລຂາ, ຄະນະໜ່ວຍພັກ, ສະມະຊິກພັກສົມບູນ-ສຳຮອງ ຫ້ອງພາລາທິການ ເຂົ້າຮ່ວມ.

ສະຫາຍ ພັນໂທ ຈັນເພັງ ຫຼ້າວິໄລ ຮອງເລຂາຄະນະພັກຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບການຊີ້ນຳ-ນຳພາຂອງຄະນະໜ່ວຍພັກຮາກຖານໃນໄລຍະ 03 ເດືອນ ຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ, ຄະນະພັກໄດ້ເປັນເຈົ້າການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ, ນຳພາຮ່ວມຊີວິດພັກເປັນປົກກະຕິ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ ແລະ ມີຄວາມເປັນເອກະພາບສູງເຮັດໃຫ້ສະມະຊິກພັກ, ພະນັກງານ-ນັກຮົບມີແນວຄິດ ການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ການຈັດຕັ້ງ, ມີຄວາມຈົງຮັກພັກດີ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ມີຄວາມຮັບຜິດຊອບສູງ ແລະ ສາມາດເຮັດສໍາເລັດໜ້າທີ່ເປັນຢ່າງດີ, ນຳພາປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເອກກະພາບເປັນໝູ່ຄະນະ, ມີການກວດກາປະເມີນຜົນດ້ານດີ-ດ້ານອ່ອນ, ເອົາໃຈໃສ່ປັບປຸງກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 05 ຫຼັກການ, 03 ທິດ ນໍາຂອງພັກວາງອອກໂດຍຖືເອົາການຮ່ວມຊີວິດຕິດ ພັນກັບການກວດກາເປັນປົກກະຕິ.

ຜ່ານມາ ໄດ້ສະເໜີຂັ້ນເທິງຄົ້ນຄວ້າມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ໂດຍອີງຕາມ ມາດຖານ, ເງື່ອນໄຂ ແລະ ລະບຽບຂອງພັກ ຄື: ຮຽນສະໝັກບສະໜູນ 04 ສະຫາຍ, ຍິງ 02 ສະຫາຍ, ຮຽນກົດລະບຽບພັກ 03 ສະຫາຍ, ຍິງ 02 ສະຫາຍ, ສະເໜີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກສຳຮອງ 03 ສະຫາຍ, ສະເໜີເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 01 ສະຫາຍ.

ເອົາໃຈໃສ່ກວດກາຄຸ້ມຄອງລາຍຮັບ ລາຍຈ່າຍດ້ານງົບປະມານ, ຄ່າທຳນຽມ, ຄ່າບໍລິການນຳບັນດາຫ້ອງ, ກອງ, ເມືອງ, ຖອນເງິນເດືອນ, ເງິນນະໂຍບາຍມາເບີກ ຈ່າຍໄດ້ເປັນປົກກະຕິ, ໃນນີ້ໄດ້ຮັບງົບປະມານທັງໝົດ 15,498,674,000 ກີບ, ຈ່າຍເຂົ້າກິນຈຳນວນ 49,941,5 ກິໂລກຼາມ, ຮັບເຄື່ອງກຳລັງໃໝ່, ເຄື່ອງລະດູການຈໍານວນ 18 ລາຍການ, ຮັບເຄື່ອງກຳລັງໃໝ່ເຄື່ອງຍາວນານ 9 ລາຍການ, ຮັບເຄື່ອງໃຊ້ ຫ້ອງການຈຳນວນ 20 ລາຍການ, ກວດກາພະຍາດພະນັກງານ-ນັກຮົບ, ນັກໂທດ-ຕ້ອງຫາ ແລະ ຜູ້ບໍາບັດຢາເສບຕິດໄດ້ 594 ຄົນ, ຮັບອຸປະກອນປ້ອງກັນພະຍາດໂຄວິດ 19 ຈາກນັກທຸລະກິດ ຫວຽດນາມ ແລະ ຕໍາຫຼວດແຂວງ ຮ່າຕິ່ງ ມູນຄ່າ 62,750,000 ກີບ, ຮັບອຸປະກອນປ້ອງກັນໂຄວິດຈາກພະແນກສາທາລະນະສຸກ 02 ລາຍການ ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ສ້ອມແປງ, ປົກປັກຮັກສາ ພາຫະນະ, ອາວຸດຍຸດໂທປະກອນ.

ນອກນັ້ນ ຍັງຍົກໃຫ້ເຫັນຂໍ້ຄົງຄ້າງບາງດ້ານ ທີ່ຄະນະພັກຈະໄດ້ພ້ອມກັນສຸມໃສ່ປັບປຸງແກ້ໄຂໃຫ້ດີຂື້ນ, ຈາກນັ້ນ ບັນດາຜູ້ແທນກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ພ້ອມທັງຄົ້ນຄ້ວາປຶກສາຫາຫລືປັບປຸງແກ້ໄຂ ຂໍ້ຄົງຄ້າງໃຫ້ດີຂຶ້ນເປັນກ້າວໆ.

ຕອນທ້າຍ ສະຫາຍ ພັນເອກ ຜາຂົງ ດອກມະນີຈັນ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ທີ່ປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກຈົ່ງເອົາໃຈໃສ່ ເປັນເຈົ້າການເຮັດໜ້າທີ່ເປັນເສນາທິການໃນວຽກງານຕ່າງໆໃຫ້ແກ່ຄະນະພັກຂັ້ນເທິງ, ສືບຕໍ່ນຳພາເຮັດວຽກງານການເມືອງແນວຄິດໃຫ້ເປັນເປັນປົກກະຕິ ດ້ວຍຫຼາຍວິທີຢ່າງມີວິທະຍາສາດ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ເພື່ອເຊີດຊູບົດບາດການນຳພາຂອງພັກໃຫ້ສູງຂື້ນ, ເອົາໃຈໃສ່ນຳພາວຽກງານອົງການຈັດຕັ້ງມະຫາຊົນ ເພື່ອສ້າງພະນັກງານສືບທອດປ່ຽນແທນພ້ອມຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ, ເພີ່ມທະວີເອົາໃຈໃສ່ປະຕິບັດວຽກງານນະໂຍບາຍ, ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂື້ນ, ເພີ່ມທະວີນຳພາເຮັດວຽກງານວິຊາສະເພາະຄຸ້ມຄອງລາຍຮັບລາຍຈ່າຍງົບປະມານຕ່າງໆ ແລະ ຊຸກຍູ້ວຽກງານລາຍຮັບຜ່ານປະຕູດຽວໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

 

 

About admin11