ອາລູຊີງ ເອັມເຄ ເມເທີນຊິສ ຊຸກຍູ້ວຽກງານ ປກສ ກຸ່ມເທດສະບານ 2 ມູນຄ່າ 3 ລ້ານກີບ

ຕອນບ່າຍ ວັນທີ 06 ເມສາ 2021 ທ່ານ ນາງ ວິໄລຮັກ ລໍໄຊປັນຍາ ເຈົ້າຂອງໂຮງງານ ອາລູຊີງ ເອັມເຄ ເມເທີນຊິສ ຕັ້ງຢູ່ບ້ານ ອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ມອບປ້າຍຫ້ອງການ ລວມມູນຄ່າ 3.000.000 ກີບ ໃຫ້ ປກສ ບໍລິການປະຊາຊົນ ກຸ່ມເທດສະບານ 2 ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ, ກ່າວຮັບໂດຍ ທ່ານ ພັນໂທ ບຸນເພັງ ອາດສະໝຸດ ຫົວໜ້າ ປກສ ບໍລິການປະຊາຊົນກຸ່ມເທດສະບານ 2, ມີອໍານາດການປົກຄອງບ້ານ-ນາຍບ້ານ, ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ນາງ ວິໄລຮັກ ລໍໄຊປັນຍາ ໄດ້ກ່າວວ່າ: ການປະກອບສ່ວນຊຸກຍູ້ ແລະ ມອບປ້າຍຫ້ອງການ ໃຫ້ ປກສ ບໍລິການປະຊາຊົນກຸ່ມເທດສະບານ 2 ໃນຄັ້ງນີ້, ກໍ່ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ, ທັງເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ໃຫ້ມີຄວາມພຽງພໍ, ຕອບສະໜອງໄດ້ໜ້າທີ່ວຽກງານການເມືອງ ໃນປະຈຸບັນ, ສະເພາະໜ້າ, ແລະ ຍາວນານ.

ໂອກາດດຽວກັນ ທ່ານ ພັນໂທ ບຸນເພັງ ອາດສະໝຸດ ຫົວໜ້າ ປກສ ບໍລິການປະຊາຊົນກຸ່ມເທດສະບານ 2 ກໍ່ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງປາກຊັນ, ຕະຫຼອດຮອດ ພະນັກງານ-ນັກຮົບ, ກ່າວສະແດງຄໍາຂອບໃຈ ມາຍັງທ່ານ ນາງ ວິໄລຮັກ ລໍໄຊປັນຍາທີ່ໄດ້ອຸປະຖໍາຊຸກຍູ້ ແລະ ມອບປ້າຍຫ້ອງການໃຫ້ໃນຄັ້ງນີ້ ແລະ ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ, ພ້ອມອວຍພອນໄຊອັນປະເສີດໃຫ້ທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ການດໍາເນີນທຸລະກິດຄ້າ-ຂາຍ ກໍ່ຂໍໃຫ້ມີຄວາມຈະເລີນເຕີບໃຫຍ່ຂະຫຍາຍຕົວຂື້ນໄປເລື້ອຍໆ.

 

About admin11