ທ່າພະບາດ ຫວນຄືນວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

ໃນວັນທີ 6 ເມສາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ຫວນຄືນວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ( 14 ເມສາ 1955 – 14 ເມສາ 2021 ) ໃຫ້ກຽດເຂົ້າຮ່ວມ ແລະ ຫວນຄືນວັນດັ່ງກ່າວໂດຍ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ.

ໃນພິທີ ທ່ານ ພູວົງ ພີມມະສອນ ໄດ້ຍົກໃຫ້ເຫັນເຖີງ ປະຫວັດແຫ່ງການກໍາເນີດ ເຕີຍໃຫຍ່ຂະຫຍາຍຕົວຂອງຄະນະຊາວໝຸ່ມປະຊາຊົນປະຕິວັດລາວ ໂດຍສະເພາະແມ່ນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ກ່ອນປີ 1975 ທີ່ລາວເຮົາຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ, ແຕ່ຄົນລາວ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຊາວໜຸ່ມລາວ ມີນ້ຳໃຈຮັກຊາດ ຮັກຜືນແຜ່ນດິນຂອງຕົນເອງ ບໍ່ຍອມກົ້ມຫົວເປັນຂ້ອຍຂ້າຮັບໃຊ້ ຈຶ່ງໄດ້ຮ່ວມໃຈກັນເຂົ້າຮ່ວມຂະບວນການປະຕິດວັດ ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ດຳເນີນການຕໍ່ສູ້ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດສ້າງຕັ້ງເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ຊາວໜຸ່ມລາວ ຍິ່ງມີບົດບາດສຳຄັນ ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນທຸກຂົງເຂດວຽກງານ ແລະ ຂະບວນການຂອງອົງການຈັດຕັ້ງ ໂດຍບໍ່ຫວັ່ນກວາຕໍ່ອຸປະສັກໃດໆ ດັ່ງຄຳຂວັນທີ່ວ່າ: ບ່ອນໃດຍາກຊາວໝຸ່ມບຸກ ບ່ອນໃດທຸກຊາວໝຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໝຸ່ມຂານອາສາ ແລະ ປະທານ ໄກສອນ ພົມວິຫານ ອະດີດເລຂາທິການໃຫຍ່ ຕາງໜ້າກົມການເມືອງສູນກາງພັກ ຍັງໄດ້ໃຫ້ນາມມະຍົດແກ່ຊາວໝຸ່ມວ່າ: ຊາວໝຸ່ມຈົງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ.

 

About admin11