ຮັບຮອງເອົາປະທານ, ຮອງປະທານ ແລະ ຄະນະກຳມະການຕ່າງໆ ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ເມສາ 2021 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາແຂວງ, ທ່ານ ນາງ ປິງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແຂກຖືກເຊີນເຂົ້າຮ່ວມ.

ໃນວາລະດຳເນີນກອງປະຊູມຄັ້ງປະຖົມມະລືກ ສະພາປະຊາຊົນແຂວງຊຸດທີ II ພາຍຫຼັງໄດ້ຮັບຟັງຜົນຂອງການປ່ອນບັດເລືອກຕັ້ງ ຈາກຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງເອົາ ບັນຫາສໍາຄັນ ຢ່າງຕັ້ງໜ້າ ໂດຍສະເພາະແມ່ນການເລືອກຕັ້ງປະທານ, ຮອງປະທານ, ກໍາມະການຄະນະປະຈໍາສະພາປະຊາຊົນ ແລະ ຄະນະກໍາມະການຕ່າງ ຂອງສະພາປະຊົນແຂວງບໍລິຄຳໄຊ ຊຸດທີ II ໃນນັ້ນ ໄດ້ພິຈາລະນາຮັບຮອງເອົາ ທ່ານ ປອ ສຸວັນນີ ໄຊຊະນະ ເປັນປະທານສະພາປະຊາຊົນແຂວງ ຊຸດທີ II, ຮັບຮອງເອົາ ທ່ານ ເລື່ອນວິໄລ ຈັນທະລາພັນ, ທ່ານ ໃສຄໍາ ທອງລັດ ເປັນຮອງປະທານ ສະພາປະຊາຊົນແຂວງ.

ຮັບຮອງເອົາ ທ່ານ ປອ ສຸວັນນີ ໄຊຊະນະ ເປັນປະທານຄະນະປະຈຳສະພາແຂວງ, ທ່ານ ເລື່ອນວິໄລ ຈັນທະລາພັນ, ທ່ານ ໃສຄໍາ ທອງລັດ ເປັນຮອງປະທານຄະນະປະຈຳສະພາແຂວງ , ທ່ານ ນາງ ມາລີສາ ອາໄພລາດ, ທ່ານ ສີສະຫວາດ ທັນທະບຸນ, ທ່ານ ນາງ ຂັນທອງ ພັນທະຈັກ ແລະ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເປັນກໍາມະການຄະນະປະຈໍາສະພາປະຊາຊົນແຂວງ.

ຮັບຮອງເອົາ ທ່ານ ນາງ ມາລີສາ ອາໄພລາດ ເປັນປະທານຄະນະກໍາມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງການຄວາມສະຫງົບ, ທ່ານ ພັທ ໄຊຍະສຸກ ຫຼຽນຕະກູນ ແລະ ທ່ານ ສະພັງທອງ ພົມມະຈັກ ເປັນຮອງປະທານຄະນະກໍາມະການ, ທ່ານ ສີສະຫວາດ ທັນທະບູນ ເປັນປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ, ທ່ານ ປອ ລົມເຢັນ ສີສຸວົງ ແລະ ທ່ານ ປອ ສົມນຶກ ແກ້ວມະນີ ເປັນຮອງປະທານຄະນະກໍາມະການ, ທ່ານ ນາງ ຂັນທອງ ພັນທະຈັກ ເປັນປະທານຄະນະກໍາມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ທ່ານ ນາງ ພິດສະໄໝ ແກ້ວວິເສດ ແລະ ທ່ານ ນາງ ສາຍຄໍາ ທໍາມະວົງສາ ເປັນຮອງປະທານຄະນະກໍາມະການ  ແລະ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເປັນເລຂາທິການສະພາປະຊາຊົນແຂວງ.

             ແລະ ຮັບຮອງເອົາ ທ່ານ ທອງໃບ ພຽນວົງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງ, ຮັບຮອງເອົາ ທ່ານ ໄລລາທອງ ຂັນຕິຍະລາດ ເປັນປະທານສານປະຊາຊົນແຂວງ  ກອງປະຊູມນີ້ຈະໄດ້ຮັບຮອງເອົາແຜນພັດທະນາ 5 ປີຂອງແຂວງ, ຮັບຮອງເອົາຜົນການຈັດຕັ້ງປະຕິບັດ 5 ປີ ແລະ ທິດທາງແຜນການ ຂອງອົງການໄອຍະການປະຊາຊົນ, ສານປະຊາຊົນຂອງແຂວງ ແລະ ວຽກງານອື່ນໆ.

ທ່ານ ທອງໃບ ພຽນວົງ

ທ່ານ ໄລລາທອງ ຂັນຕິຍະລາດ

About admins16