ອະດີດນັກຮຽນອຸດົມ ຮຸ່ນ 8 ຊຸກຍູ້ນັກກິລາທີ່ເກັບຕົວຝຶກຊ້ອມ ຊິງຂັນທ່ານລັດຖະມົນຕີ

ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານກິລາ ທີ່ກຳລັງຈະໄປແຂ່ງຂັນຢູ່ນະຄອນຫຼວງວຽງຈັນ, ໃນຕອນບ່າຍຂອງວັນທີ 29 ເມສາ 2022 ຢູ່ເດີ່ນກິລາເມືອງປາກຊັນ ແຂວງບໍລິຄຳໄຊ ອະດີດນັກຮຽນອຸດົມປາກຊັນ ລຸ່ນ 8 ໄດ້ນຳເອົາເຄື່ອງບໍລິໂພກຈຳນວນໜຶ່ງ ມາມອບໃຫ້ນັກກິລາ ຕາງໜ້າມອບໂດຍທ່ານ ບຸນໝັ້ນ ໄຊຍະວົງ ແລະ ຕາງໜ້າຮັບໂດຍທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະຮັບຜິດຊອບ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ ພ້ອມດ້ວຍຄະນະພະແນກ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ນ້ຳດື່ມຈຳນວນ 10 ແພັກ, ໝີ່ 2 ແກັດ ແລະ ໄຂ່ໄກ່ 3 ແຕະ ລວມມູນຄ່າທັງໝົດ 623.000 ກີບ.

ການເຂົ້າເກັບຕົວຝຶກຊ້ອມ ຂອງທັບນັກກິລາ ຂະແໜງການສຶກສາຄັ້ງນີ້ ແມ່ນເພື່ອຊິງຂັນບານເຕະລັດຖະມົນຕີກະຊວງສຶກສາທິກາານ ແລະ ກິລາ ປະເພດ ຊາຍ – ຍິງ  ທີ່ຈະໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14 – 19 ພຶດສະພາ 2022.

ແຂວງບໍລິຄຳໄຊ ຈະສົ່ງເຂົ້າແຂ່ງຂັນ ບານເຕະປະເພດຊາຍ ໂດຍໄດ້ຄັດເລືອກເອົານັກກິລາຈາກ 7 ຕົວເມືອງຂົງເຂດການສຶກສາ ແລະ ມີນັກລາທີ່ຜ່ານການຄັດເລືອກໄດ້ທັງໝົດ 20 ຄົນ ທີ່ມາຈາກບັນດາເມືອງ ຄື: ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ວຽງທອງ ແລະ ບໍລິຄັນ ເຊິ່ງໄດ້ເກັບໂຕຝຶກຊ້ອມມາແຕ່ວັນທີ 23 ເມສາ 2022 ເປັນຕົ້ນມາ.

About admins16