ສູນກາງສະຫະພັນແມ່ຍິງລາວ ເຄື່ອນໄຫວຊີນ້ຳວຽກ ຢູ່ແຂວງບໍລິຄຳໄຊ

ໃນລະຫວ່າງວັນທີ 28 – 29 ເມສາ 2022 ຢູ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ, ສູນກາງສະຫະພັນແມ່ຍິງລາວ ໄດ້ລົງເຄື່ອນໄຫວວຽກພັດທະນາແມ່ຍິງ ຮ່ວມກັບສະຫະພັນແມ່ຍິງແຂວງບໍລິຄຳໄຊ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ວິລະພອນ ພົມມະວົງສາ ຮອງປະທານສະຫະພັນແມ່ຍິງແຂວງບໍລິຄໍາໄຊ, ມີຄະນະສະຫະພັນແມ່ຍິງແຂວງ, ເມືອງ, ຮາກຖານສະຫະພັນແມ່ຍິງອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງ ເພື່ອຈັດຝຶກອົບຮົມຄູຝຶກ ແລະ ສ້າງຕັ້ງກຸ່ມທ້ອນເງິນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູຝຶກຂອງສະຫະພັນແມ່ຍິງແຂວງ, ຮາກຖານ ແລະ ເມືອງ, ໃຫ້ມີຄວາມຮູ້, ຄວາມສາມາດໃນການນຳພາສ້າງຕັ້ງກຸ່ມທ້ອນເງິນ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຊົນທັງຍິງ ແລະ ຊາຍ ໄດ້ມີຄວາມເຂົ້າໃຈ ແລະ ຮູ້ຈັກວິທີການທ້ອນເງິນ ເພື່ອນຳໄປໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວໃຫ້ດີຂື້ນ, ຫຼຸດຜ່ອນການໃຊ້ຄວາມຮຸນແຮງ, ເຮັດໃຫ້ການຈັດຕັ້ງແມ່ຍິງ ໃຫ້ມີຄວາມເຂັ້ມແຂງ, ພັດທະນາຕົນເອງ ແລະ ຄອບຄົວໄປຕາມຂໍ້ແຂ່ງຂັ້ນ 3 ດີ ຂອງແມ່ຍິງລາວ.

About admins14