ຫຼາຍວຽກງານ ທີ່ແຂວງບໍລິຄຳໄຊຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 7 ສະໄໝ ທີ VII ໄດ້ໄຂຂຶ້ນໃນວັນທີ 28 ເມສາ ແລະ ສຳເລັດລົງໃນວັນທີ 29 ເມສາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ນິຕິກໍາທີ່ສໍາຄັນຂອງພັກ, ການສະຫຼຸບຕີລາຄາການນຳພາ – ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ V ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາ 3 ເດືອນຕົ້ນປີ, ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງ ແລະ ວຽກງານຈຸດສຸມສໍາຄັນຂອງແຂວງ, ຂອງເມືອງ ແລະ ເພື່ອສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດແນວທາງຂອງພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ສ້າງການຫັນປ່ຽນສູ່ການພັດທະນາທີ່ເຂັ້ມແຂງ ແລະ ຍືນຍົງ, ອອກແຮງສູ້ຊົນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ທ່ານເຈົ້າແຂວງໄດ້ເນັ້ນໃຫ້ເອົາໃຈໃສ່ ບາງບັນຫາສຳຄັນ ຄື: ຮີບຮ້ອນປັບປຸງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 7 ສະ ໄໝທີ VII ໃນຄັ້ງນີ້ ຕາມການປະກອບຄໍາຄິດເຫັນຂອງແຕ່ລະພາກສ່ວນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອນຳໄປເຜີຍແຜ່ – ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດໃນການຈັດຕັ້ງປະຕິບັດແຕ່ລະໄລຍະ.

ສືບຕໍ່ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານໃຫຍ່ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ໃຫ້ເປັນປົກກະຕິ, ໂດຍຕິດພັນຢ່າງສະນິດແໜ້ນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ດ້ວຍມາດຕະການຕ່າງໆ ໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ລົງກໍ່ສ້າງຮາກຖານ, ປັບປຸງ ແລະ ກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ແຂງແຮງ ຮັບປະກັນໄດ້ການຮັກສາຄວາມສະຫງົບ ແລະ ແກ້ໄຂປະກົດການຫຍໍ້ທໍ້ຢູ່ຂັ້ນຮາກຖານ, ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນ, ແກ້ໄຂບັນຫາຈຸດສຸມບ້ານຫຼໍ່ແຫຼມໃຈກາງຂອງແຂວງ ພ້ອມທັງສຸມກຳລັງເຂົ້າໃນການປ້ອງກັນຕາມຊາຍແດນ ເພື່ອສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ ເພື່ອຮັບປະກັນໃຫ້ແຂວງພວກເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມຫງົບ – ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດໃຫ້ມີປະສິດທິຜົນສູງ, ສືບຕໍ່ສົ່ງເສີມ ແລະ ອໍານວຍຄວາມສະດວກ ໃນການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂື້ນ, ໂດຍເນັ້ນໃສ່ການຄຸ້ມຄອງ ແລະ ບໍລິຫານຫ້ອງການບໍລິການເອກະສານຜ່ານປະຕູດຽວຂອງແຂວງ ໃຫ້ມີຄຸນນະພາບ.

ເພີ່ມທະວີໃນການສ້າງຄວາມເຂັ້ມແຂງ ແລະ ສ້າງກົນໄກການຄຸ້ມຄອງຈັດເກັບລາຍຮັບເຂົ້າງົບປະມານ ເຂົ້າສູ່ລະບົບໂປ່ງໃສ ແລະ ໄປຕາມທິດທັນສະໄໝ ລວມທັງການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບເຂົ້າງົບປະມານ ເພື່ອໃຫ້ບັນລຸຕາມແຜນການ ແລະ ລື່ນຄາດໝາຍ, ຄຽງຄູ່ກັບການຄຸ້ມຄອງລາຍຈ່າຍງົບປະມານໃຫ້ຮັດກຸມ, ຖືກຕ້ອງຕາມລະບຽບການເງິນຢ່າງເຂັ້ມງວດ ແລະ ທັນກັບສະພາບການ.

ສືບຕໍ່ຊຸກຍູ້ການຜິດລິດໃນລະດູແລ້ງ ເພື່ອຮັບປະກັນການສະໜອງສະບຽງອາຫານໃຫ້ແກ່ສັງຄົມພາຍໃນແຂວງໄດ້ຕາມຄວາມຕ້ອງການ ກ້າວໄປເຖີງສົ່ງຂາຍຕ່າງແຂວງ ແລະ ຕ່າງປະເທດ, ເສີມຂະຫຍາຍທ່າແຮງບົ່ມຊ້ອນ ໃຫ້ກາຍເປັນເສດຖະກິດປາຍແຫຼມຂອງແຂວງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການ SME ໃຫ້ມີຄວາມເຂັ້ມແຂງຂື້ນກວ່າເກົ່າ, ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນສູນກາງ ແຈ້ງອອກ ແຕ່ລະໄລຍະ ຢ່າງເປັນເຈົ້າການ, ຄຽງຄູ່ກັບການຈັດຕັ້ງປະຕິບັດການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາເປົ້າໝາຍ ໄດ້ຮັບວັກຊີນ ແລະ ບັນລຸຕາມຄາດໝາຍໂດຍໄວ, ເອົາໃຈໃສ່ເປີດການຮຽນ-ການສອນ ທຸກສາຍຮຽນແບບເຊີ່ງໜ້າ ແລະ ຮູບແບບຕ່າງໆ ຢູ່ສະຖານບັນການສຶກສາ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ໃຫ້ຮັບປະກັນໄດ້ຄວາມໂປ່ງໃສ, ຍຸຕິທໍາ ແລະ ຖືກຕ້ອງຕາມຄວາມເປັນຈິງ.

About admins16