ຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ໄດ້ຮັບອຸປະຖໍາເຄື່ອງກິລາ 30 ຊຸດ

ຕອນບ່າຍ ວັນທີ 23 ມີນາ 2021  ທ່ານ ແສງດາວ ປ່ອງວົງສາ ນັກທຸລະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງກິລາ ຈໍານວນ 30 ຊຸດ, ລວມມູນຄ່າ 1.000.000 ກີບ ມາມອບໃຫ້ຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ນໍາໃຊ້ເຂົ້າໃນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆຂອງພັກຂອງຊາດ.

ກ່າວມອບໂດຍ ທ່ານ ແສງດາວ ປ່ອງວົງສາ ແລະ ກ່າວຮັບ ພ້ອມມອບໃບຍ້ອງຍໍໂດຍ ທ່ານ ພັນໂທ ອວດ ວົງໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ຄະນະພະແນກເຂົ້າຮ່ວມ ເປັນສັກຂີພະຍານ.

ທ່ານ ແສງດາວ ປ່ອງວົງສາ ໄດ້ກ່າວວ່າ: ການນໍາເອົາເຄື່ອງກິລາຈໍານວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ກໍ່ຍ້ອນເຫັນໄດ້ຄວາມຫມາຍຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບປະຊາຊົນ, ທັງເປັນການປະກອບສ່ວນຊຸກຍູ້ເຂົ້າໃນຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021) ທີ່ຈະມາເຖິງນີ້ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ເປັນຂະບວນການຟົດຟື້ນ.

ໂອກາດດຽວກັນ ທ່ານ ພັນໂທ ອວດ ວົງໄຊ ກໍ່ໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຕະຫຼອດຮອດ ພະນັກງານ-ນັກຮົບ ມອບໃບຍ້ອງຍໍ ຂອງທ່ານຫົວກອງບັນຊາການ ປກສ ແຂວງ ແລະ ກ່າວສະແດງຄໍາຂອບໃຈ ມາຍັງທ່ານ ແສງດາວ ປ່ອງວົງສາ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາເຄື່ອງກິລາຈໍານວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ແລະ ສັນຍາວ່ານໍາໃຊ້ ເຄື່ອງດັ່ງກ່າວ ເຂົ້າໃນຂະບວນການແຂ່ງຂັນກິລາ, ໃນວັນສໍາຄັນຕ່າງໆພັກ-ຂອງຊາດ, ເປັນຕົ້ນແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຈະໝູນວຽນມາ ຄົບຮອບ 60 ປີ ໃຫ້ມີບັນຢາກາດຄືກຄື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລີກເຊີ່ງ ພ້ອມອວຍພອນໄຊອັນປະເສີດໃຫ້ທ່ານພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ການດໍາເນີນທຸລະກິດຄ້າ-ຂາຍ ກໍ່ຂໍໃຫ້ມີຄວາມຈະເລີນເຕີບໃຫ່ຍຂະຫຍາຍຕົວຂື້ນຢ່າງບໍ່ຢຸດຢັ້ງ.

 

About admin11