ພະນັກງານຫຼັກແຫຼ່ງກອງບັນຊາການ ປກສ ແຂວງບໍລິຄຳໄຊ ເຂົ້າຊົມຫໍພິພິທະພັນຂອງກຳລັງ ປກສ

ຕອນບ່າຍວັນທີ 22 ມີນາ 2021 ທ່ານ ພັນໂທ ເຄນວອນ ລໍວັນໄຊ ຄະນະພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ນໍາພາພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ບັນດາຫ້ອງ, ກອງ ອ້ອມຂ້າງກອງບັນຊາການ ປກສ ເຂົ້າຮ່ວມຊົມ ຫໍພິພິທະພັນ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ນະຄອນຫລວງວຽງຈັນ.

ໃນການເຂົ້າຊົມ ໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ມີຄວາມໝາຍຄວາມສໍາຄັນ ໃນຂອບເຂດທົ່ວປະເທດ ເຊີ່ງໄດ້ສະແດງເຖິງເຫດການຜົນງານການເຄື່ອນໄຫວດ້ານຕ່າງໆ ຂອງນາຍ ແລະ ພົນຕຳຫຼວດ ທີ່ຍາດມາໄດ້.

ຄະນະຮັບຜິດຊອບ ໄດ້ນໍາພາຄະນະ ທ່ຽວຊົມຕາມຈຸດຕ່າງໆ ທີ່ໄດ້ຊີ້ບອກເຖີງປະຫວັດມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ ທີ່ກຳເນີດເກີດຂື້ນໃນທ່າມກາງແປວໄຟຂອງການປະຕິວັດ ຂອງຄົນຮຸ່ນກ່ອນ ທີ່ລະອິດລະອ້ຽວໃນການຕໍ່ສູ້ປົດປ່ອຍປະເທດຊາດ ແລະ ເປັນກຳລັງທີ່ພັກ-ລັດຖະບານໄວ້ວາງໃຈ ເປັນກຳລັງທີ່ປະເຊີນໜ້າກັບທຸກປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ, ແມ່ນປະຫວັດສາດ, ມູນເຊື້ອການເຕີບໃຫ່ຍຂະຫຍາຍຕົວ, ສູ້ຮົບມີໄຊ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະແຫ່ງການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ປະຈຸບັນ ກຳລັງປ້ອງກັນຄວາມສະຫງົບຍີ່ງໄດ້ຮັບການສຶກສາ ແລະ ພັດທະນາຕົນເອງໃຫ້ເປັນກຳລັງທີ່ເຂັ້ມແຂງ ກຽມພ້ອມປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ໄດ້ສະແດງເຖິງບັນດາເຫດການແກ້ໄຂບັນຫາກໍ່ອາດສະຍາກຳ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ຄ້າຂາຍຢາເສບຕິດ ແລະ ແກ້ໄຂບັນຫາອື່ນໆ ທີ່ເກີດຂື້ນ ໃຫ້ສັງຄົມມີຄວາມສະຫງົບປອດໄພເປັນກ້າວໆມາ.

About admin11