ຫ້ອງການແນວລາວສ້າງຊາດ 3 ເມືອງ ເຊື່ອມຊືມເອກະສານວຽກງານກວດກາ

 

ໃນວັນທີ 23 ມີນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານວຽກງານກວດກາແນວລາວສ້າງຊາດ ໂດຍເປັນກຽດເຂົ້າຮ່ວມ ແລະ ເຊື່ອມຊຶມຂອງ ທ່ານ ບຸນຄໍາ ໄຊເຍຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຫ້ອງການແນວລາວສ້າງຊາດສາມເມືອງ ຄື: ເມືອງວຽງທອງ, ຄໍາເກີດ, ໄຊຈໍາພອນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຊື່ອມຊືມ ບັນດາເອກະສານສຳຄັນ ຄື: ຂໍ້ຕົກລົງເລກທີ 070/ຄປຈ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງຄະນະກວດກາສູນກາງແນວລາວສ້າງຊາດ ເຊີ່ງໄດ້ກຳນົດທີ່ຕັ້ງ ພາລະບົດບາດຂອງຄະນະກວດກາ, ສິດ, ໜ້າທີ່, ປະເພດການກວດກາ ແລະ ຮູບການກວດກາ, ໂຄງປະກອບບຸກຄະລາກອນ ແລະ ລະບົບວິທີເຮັດວຽກ.

ພ້ອມນີ້ ທ່ານ ບຸນຄໍາ ໄຊເຍຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍ່ໄດ້ເຊື່ອມຊຶມເອກະສານ ຄວາມຮູ້ຟື້ນຖານກ່ຽວກັບວຽກງານກວດກາພັກ, ກວດການລັດ, ຂໍ້ກໍານົດເລກທີ 01/ຄລສພ, ລົງວັນທີ 30 ກັນຍາ 2020 ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕໍ່ບັນດາອົງການອໍານາດລັດ ແລະ ຂໍ້ຕົກລົງຂອງຄະນະປະຈໍາສູນກາງແນວລາວສ້າງຊາດສະບັບເລກທີ 227/ຄປຈ, ລົງວັນທີ 24 ພຶດສະພາ 2020 ວ່າດ້ວຍລະບຽບການຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທໍາ.

ຈຸດປະສົງການເຊື່ອມຊຶມເອກະສານຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານຫ້ອງການແນວລາວສ້າງຊາດ ຜູ້ທີ່ເຮັດວຽກກວດກາ ນໍາເອົາເນື້ອໃນໄປຈັດຕັ້ງປະຕິບັດວຽກງານກວດກາໃຫ້ມີຄວາມໂປ່ງໃສ ໃນຕໍ່ໜ້າ.

About admin11