ຫ້ອງການເມືອງ ທະຫານແຂວງ ຈັດຕັ້ງເຊື່ອມຊືມເອກະສານ ແຈ້ງຊັບສິນ ແລະ ລາຍຮັບ

ໃນວັນທີ 13 ທັນວາ 2022 ຫ້ອງການເມືອງ ທະຫານແຂວງ ບໍລິຄຳໄຊ ໄດ້ຈັດຕັ້ງເຊື່ອມເອກະສານແຈ້ງຊັບສິນຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ພັນໂທ ບຸນຍັງ ລໍສິມມາ ຄະນະພັກກອງບັນຊາການ ຮອງຫ້ອງການເມືອງ ທະຫານແຂວງບໍລິຄຳໄຊ ມີຄະນະຫ້ອງການເມືອງ, ຫົວໜ້າພະແນກ, ຮອງພະແນກ ແລະ ບັນດາພະນັກງານທີ່ກ່ຽວຂ້ອງພາຍໃນຫ້ອງການເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຄໍາແນະນໍາເລກທີ 4807 / ກປທ ລົງວັນທີ່ 09 ພະຈິກ 2021 ກ່ຽວກັບເລື່ອງການຈັດຕັ້ງປະຕິບັດດໍາເນີນການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ ແລະ ແຈ້ງການເລກທີ 466/ກບຊ ລົງວັນທີ 10 ພະຈິກ 2022 ເລື່ອງການຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບ ຮອບພິເສດໃນກໍລະນີຕ່າງໆ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ, ພ້ອມນັ້ນຍັງໄດ້ຮັບຟັງ ການແນະນໍາ ແລະ ອະທິບາຍກ່ຽວກັບການຂຽນແບບຟອມໃນເອກະສານແຈ້ງຊັບສິນ ແລະ ລາຍຮັບ ເພຶ່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈແຈ້ງຕໍ່ກັບເນື້ອໃນການແຈ້ງຊັບສິນ ແລະ ລາຍຮັບ, ເປັນບ່ອນອີງໃຫ້ນາຍທະຫານ ໄດ້ດໍາເນີນໄປຢ່າງຖືກຕ້ອງ, ເປັນເອກະພາບ, ມີປະສິດທິຜົນ ແລະ ທົ່ວເຖິງທຸກເປົ້າໝາຍ, ສາມາດຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດ ດໍາລັດຂອງລັດທະບານວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບ ກໍ່ຄືການແຈ້ງຊັບສິນ ຮອບພິເສດໃນກໍລະນີຕ່າງໆຢູ່ຫ້ອງການເມືອງ ທະຫານແຂວງບໍລິຄໍາໄຊ ໃຫ້ໄດ້ຮັບຜົນດີ, ສໍາເລັດຕາມກໍານົດເວລາ ແລະ ເປັນເອກະກະພາບໃນທົ່ວກອງທັບ.

ຂ່າວ-ພາບ: ທະຫານແຂວງ

About admins14