ເລີມຂຶ້ນຢ່າງເປັນທາງການງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ເປັນກຽດເຂົ້າຮ່ວມຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະນໍາ ຄູຝຶກ ແລະ ນັກກິລາແຕ່ລະແຂວງທົວປະເທດ ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍທີ່ສະໜາມໄຫຫີນ ເມືອງແປກ ແຂວງຊຽງຂວາງ.

ພິທີເປີດເລີ່ມຕົ້ນດ້ວຍການສະແດງ ການບິນຂອງຍົນຮົບເຫຼົ່າທັບອາກາດ, ການໂດດຈ້ອງ ຈາກກອງທັບປະຊາຊົນລາວຈໍານວນ 25 ສະຫາຍ ແລະ ການສະແດງສິລະປະວັນນະຄະດີ ຫຼາຍຮູບແບບເປັນຕົ້ນບົດຟ້ອນ, ຮ້ອງເພງ, ຂັບລຳຕ່າງໆ, ຈາກນັ້ນ ຕາມດ່ວຍການເດີນສວນສະໜາມ ຂອງກ້ອນກຳລັງນັກກິລາຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກໍາລັງ ຈາກບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ, ເຂົ້າຮ່ວມໃນງານຄັ້ງນີ້ຕ່າງໜ້າການນໍາ ຂອງແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ປະທານສະມາຄົມກິລາ – ຫົວໜ້າຄະນະນໍານັກກິລາຂອງແຂວງ, ກ້ອນກໍາລັງນັກກິລາຂອງ ແຂວງບໍລິຄໍາໄຊ ນໍາໜ້າພາທາງ ໂດຍ ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ້າວ ສຸຂີ ນັກກິລາຫຼຽນຄໍາ ມວຍວູຊູ ໃນງານມະຫະກໍາກິລາ ຄັ້ງທີ 10 ທີ່ແຂວງອຸດົມໄຊ, ມີຈໍານວນຄະນະນໍາ – ຄູຝຶກ ແລະ ນັກກິລາ ເກຶອບ 300 ຄົນ, ມີປະເພດກິລາເຂົ້າຮ່ວມ 10 ປະເພດ ຄື: ກິລາໝາກເສິກ , ແລ່ນ – ລານ, ເປຕັ່ງ, ບານເຕະ, ກະຕໍ້, ມວຍສາກົນ, ມວຍວູຊູ, ມວຍລາວ, ດອກປີກໄກ່ ແລະ ກິລາກ໋ອບ.

ໃນພິທີອັນມີຄວາມໝາຍຄວາມສໍາຄັ້ນຄັ້ງນີ້ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໄດ້ລາຍງານການຫ້າງຫາກະກຽມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ວ່າ: ເພື່ອຊຸກຍູ້ຂະບວນການກິລາກາຍະກຳຢູ່ພາຍໃນປະເທດ ທັງເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກ້ວາງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນຂະບວນການຫຼີ້ນກິລາ ແລະ ແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ຕ່າງໆ ທັງເປັນການຝຶກຝົນຮ່າງກາຍ ແລະ ຈິດໃຈເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນເຊື້ອພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

        ສໍາລັບງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແຂ່ງຂັນທັງໝົດ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈາສີລັດ, ມວຍປໍ້າ, ຄາລາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອບ, ດອກປີກໄກ່, ເທນນິດ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ  ມີນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 3.093 ຄົນ, ຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງເປັນຕົ້ນກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 1.311 ຫຼຽນ, ໃນນີ້ ຫຼຽນຄໍາ 385 ຫຼຽນ ຫຼຽນເງິນ 385 ແລະ ຫຼຽນທອງ 581 ຫຼຽນ.

ໃນໂອກາດເລີກງາມຍາມດີ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເປີດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ໂດຍໄດ້ສະແດງຄວາມຊົທເຊີຍ ຕໍ່ການຫ້າງຫາກະກຽມຄວາມພ້ອມທຸກໆດ້ານ ຂອງເຈົ້າພາບ ແລະ ຄະນະຮັບຜິດຊອບ, ຊົມເຊີຍທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງເຊື່ອໝັ້ນວ່າ ງານມະຫະກຳກິລາແຫ່ງຊາດຄັ້ງນີ້ ເປັນການເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ.

 ພາຍຫຼັງພິທີທາງການໄດ້ສໍາເລັດລົງ ກໍ່ໄດ້ຮັບຊົມການສະແດງ ສີລະປະຈາກແຂວງເຈົ້າພາບ ເຊິງມີຫຼາຍສີສັນ ທີ່ເປັນເອກະລັກຂອງແຂວງ ພ້ອມດ້ວຍການຍິງລູກໄຟດອກ ທີ່ມີສີສັນງົດງາມ ເຊິງເປັນສັນຍາລັກບົງບອກວ່າ ງານມະຫະກໍາກິລາຊຽງຂວາງ ຄັ້ງທີ XI ທີ່ແຂວງຊຽງຂວາງ ໄດ້ເລີ່ມຂຶ້ນຢ່າງເປັນທາງການ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ຈິ່ງຈະສໍາເລັດ.

ລາຍງານຈາກ: ທີມຂ່າວບໍລິຄຳໄຊ ປະຈຳພາກສະໜາມຊຽງຂວາງເກມ.

About admins14