ພິທີປະກາດສ້າງຕັ້ງ ໜ່ວຍພັກຫ້ອງການກາແດງເມືອງວຽງທອງ

ໃນຕອນບ່າຍຂອງວັນທີ 13 ທັນວາ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດສ້າງຕັ້ງໜ່ວຍພັກຫ້ອງການກາແດງເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາໜ່ວຍພັກຫ້ອງການກາແດງ ທີ່ຂຶ້ນກັບອົງຄະນະພັກເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລິດ ສິດທິອໍາພາ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີພະນັກງານຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ອີງຕາມມະຕິຕົກລົງຂອງຄະນະປະຈໍາພັກເມືອງວຽງທອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຫ້ອງການກາແດງເມືອງ ແລະ ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ໜ່ວຍພັກຫ້ອງການກາແດງເມືອງ ວຽງທອງ ເຊີ່ງໄດ້ເຫັນດີແຕ່ງຕັ້ງສະຫາຍ ນາງ ພອນສະຫວັນ ຄູນແກ້ວຈັນ ເປັນເລຂາໜ່ວຍພັກ ແລະ ສະຫາຍ ແສງ ຍົດຄຳແສງ ເປັນຮອງເລຂາໜ່ວຍພັກ ທັງເປັນຜູ້ກວດກາພັກ.

ໃນພິທີ ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກ ທ່ານ ທອງລິດ ສິດທິອໍາພາ ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ໃຫ້ຢຶດໝັ້ນ ຕາມ 5 ຫຼັກການ, 3 ທິດນໍາ, ປະຕິບັດ ຕາມກົດລະບຽບຂອງພັກ ຢ່າງເຂັ້ມງວດ, ມີແບບແຜນວິທີເຮັດວຽກ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ພ້ອມກັນປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ມີປະສິດທິພາບສູງ.

About admins16