ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊຈຳພອນ ເປີດກອງປະຊຸມຜູ້ບໍລິຫານການສຶກສາປະຈໍາສົກຮຽນ 2021-2022

ໃນວັນທີ 10 ກຸມພາ 2022 ຫ້ອງການ​ສຶກສາທິການ ແລະ ກິລາ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະຈຳໄຕມາດ I ຂອງຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈຳສົກຮຽນ 2021 – 22 ຂຶ້ນ ທີ່ສະໂມສອນຫ້ອງວ່າການເມືອງ ໂດຍເປັນປະທານຂອງທ່ານ ເພັດສະໝອນ ເພັດວົງສັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະຫ້ອງການ, ຫົວໜ້າໜ່ວຍງານ ແລະ ຜູ້ອຳນວຍການບັນດາໂຮງຮຽນທົ່ວເມືອງ ເຂົ້າຮ່ວມ.

ທົ່ວເມືອງໄຊຈໍາພອນ ມີໂຮງຮຽນທັງໝົດ 23 ແຫ່ງ, ພະນັກງານ ແລະ ຄູສອນພາຍໃນເມືອງ  213 ຄົນ, ຍິງ 92 ຄົນ, ໃນນັ້ນ ເປັນລັດຖະກອນ 175 ຄົນ, ຍິງ 71 ຄົນ ແລະ ອາສາສະໝັກ 38 ຄົນ, ຍິງ 21 ຄົນ.

ພະນັກງານ ບໍລິຫານທີ່ເປັນລັດຖະກອນ 42 ຄົນ, ຍິງ 13 ຄົນ, ຄູສອນທີ່ເປັນລັດຖະກອນ 133 ຄົນ, ຍິງ 58 ຄົນ ແລະ ອາສາສະຫມັກ 38 ຄົນ, ຍິງ 21 ຄົນ, ທົ່ວເມືອງມີໂຮງຮຽນອະນຸບານ 2 ແຫ່ງ, ຫ້ອງກຽມປະຖົມ 14 ຫ້ອງ, ປະຖົມສົມບູນ 17 ແຫ່ງ, ມັດທະຍົມຕອນຕົ້ນ 2 ແຫ່ງ, ມັດທະຍົມສົມບູນ 2 ແຫ່ງ.

ຕະຫຼອດໄລຍະຜ່ານມາ ຜູ້ບໍລິຫານການສືກສາ ແລະ ກິລາທົ່ວເມືອງໄຊຈຳພອນ ແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານສະແດງອອກ ຄື: ຜົນສຳເລັດການຈັດຕັ້ງປະຕິບັດ 15 ຄາດໝາຍ ບັນລຸມີ 7 ຄາດໝາຍ.

ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ອໍານວຍການໂຮງຮຽນມັດທະຍົມ, ຫົວໜ້າກຸ່ມປະຖົມ, ອະນຸບານ, ໂດຍໄດ້ສຸມໃສ່ວຽກການນຳໃຊ້ງົບປະມານຂອງແຕ່ລະໂຮງຮຽນ ໃຫ້ມີຄວາມເປັນລະບົບທີ່ລະອຽດຊັດເຈນຂື້ນ ແລະ ມີແຜນປະຈຳປີໃຫ້ຫ້ອງການສຶກສາທິການ ແລະ ກິລາເປັນປົກກະຕິ, ພ້ອມນັ້ນຍັງເນັ້ນໜັກໃຫ້ແຕ່ລະໂຮງຮຽນສະໜອງຂໍ້ມູນວຽກສະຖິຕິ ໃຫ້ທັນກັບເວລາທີ່ຂັ້ນເທິງຕ້ອງການ ແລະ ຖຶກຕ້ອງ, ກອງປະຊຸມດຳເນີນເປັນເວລາ 2 ວັນຈື່ງສຳເລັດລົງ.

 

About admin11