ບໍລິຄຳໄຊ ສໍາເລັດຊຸດຝຶກອົບຮົມການກະກຽມ ແລະ ການສະໜອງ ກ່ຽວກັບວຽກງານນໍ້າ, ສຸຂາພິບານ ແລະ ສົ່ງເສີ່ມສຸຂານາໄມ

ຊຸດຝຶກອົມຮົມການກະກຽມ ແລະ ການສະໜອງ ກ່ຽວກັບວຽກງານນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມ ໃນພາວະສຸກເສີນ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ ແລະ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 10 ກຸມພາ 2022 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ເປັນປະທານໂດຍ ທ່ານ ຮອງສາສະດາຈານ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີພາກສ່ວນກ່ຽວຂອງຈາກອົງການກາແດງລາວ, ອົງການກາແດງແຂວງ, ນັກສຳມະນາກອນຈາກພະແນກສາທາລະນະສຸກ, ພະແນກແຮງງານ – ສະຫວັດດີການສັງຄົມ ແລະ ຜູ້ປະສານງານກາແດງ 7 ຕົວເມືອງ ເຂົ້າຮ່ວມ.

ໃນຊຸດຝຶກອົບຮົມ ນັກສຳມະນາກອນ ໄດ້ຮຽນຮູ້ຄວາມສໍາຄັນຂອງນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມ, ຜົນກະທົບຂອງນໍ້າເປື້ອນຕໍ່ສຸຂະພາບ, ຮຽນຮູ້ກ່ຽວກັບແຫຼ່ງນໍ້າທີ່ນໍາໃຊ້ໃນພາວະສຸກເສີນ, ການປັບປຸງຄຸນນະພາບນໍ້າ, ການທົດລອງການເຮັດຕົກຕະກອນຂອງນໍ້າ, ປັດໄຈທີ່ເຮັດໃຫ້ເກີດພະຍາດລະບາດ, ເສັ້ນທາງຕິດຕໍ່ພະຍາດ, ການຢຸດຢັ້ງເສັ້ນທາງຕິດຕໍ່, ຮຽນຮູ້ການສຸຂາພິບານ, ການຄວບຄຸມພາວະນໍາເຊື້ອ, ການກໍາຈັດຂີ້ເຫຍື້ອ ການບໍາບັດນໍ້າດື່ມ – ນໍ້າໃຊ ໃນພາວະສຸກເສີນ ແລະ ຊ່ວງເກີດໄພພິບັດ ແລະ ອື່ນໆ.

ພ້ອມນັ້ນ, ຍັງໄດ້ປະຕິບັດຕົວຈິງ ໃນການນໍາໃຊເຄື່ອງບໍາບັດນໍ້າ AP 700 ແລະ ນັກສໍາມະນາກອນ ໄດ້ແລກປ່ຽນບົດຮຽນ ແລະ ປະສົບການ ເຊິ່ງກັນ ແລະ ກັນ ເຮັດໃຫ້ທຸກຄົນໄດ້ຮັບຂໍ້ມູນຂ່າວສານ ແລະ ວຽກງານ ທີ່ອົງການກາແດງຈັດຕັ້ງປະຕິບັດໃນທົ່ວປະເທດ.

ຕອນທ້າຍ ຍັງໄດ້ມີພິທີມອບໃບຢັ້ງຢືນ ສໍາເລັດການຝຶກອົບຮົມການກະກຽມ ແລະ ຕ້ອບໂຕ້ກ່ຽວກັບວຽກງານນໍ້າ, ສຸຂາພິບານ ແລະ ສົ່ງເສີມສຸຂານາໄມໃນພາວະສຸກເສີນ ໃຫ້ແກ່ນັກສໍາມະນາກອນ ຈໍານວນ 36 ທ່ານ, ຍິງ 10 ທ່ານ ໃຫ້ກຽດມອບໂດຍ ທ່ານ ຮຈ ດຣ ສິງ ເມໂນລາດ.

About admins14