ມອບ – ຮັບໂຄງການກໍ່ສ້າງນໍ້າລິນ ບ້ານນາຍາງ

      ໃນວັນທີ 10 ກຸມພາ 2022 ຢູ່ຫ້ອງການບ້ານນາຍາງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບໂຄງການກໍ່ສ້າງນໍ້າລິນ ພາຍຫຼັງການກໍ່ສ້າງສໍາເລັດ 100% ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມໃຈ ຊົງລາວ່າງ ປະທານກວດກາພັກ – ລັດເມືອງ, ມີຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຜູ້ປະສານງານແຜນງານລາວ/030, ພາກສ່ວນທີ່ກ່ຽວຂ້ອງ, ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

       ພິທີ ທ່ານ ກິ່ງ ຂຸນມະບານ ຜູ້ອໍານວຍການບໍລິສັດ ສິງນໍາຈະເລີນ ຄົບວົງຈອນ ຈໍາກັດຜູ້ດຽວ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງນໍ້າລິນບ້ານນາຍາງ, ໂຄງການກໍ່ສ້າງລະບົບນ້ຳລິນນີ້ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 4 ມັງກອນ 2022 ເຊີ່ງປະກອບມີລະບົບຫົວງານໃໝ່ 1 ແຫ່ງ, ສາຍທໍ່ສົ່ງນ້ຳຈາກຫົວງານ ຫາອ່າງເກັບນ້ຳມີຄວາມຍາວ 4.600 ແມັດ, ມີອ່າງເກັບນ້ຳ 1 ອ່າງ ຂະໜາດກ້ວາງ 4 ແມັດ x 4 ແມັດ, ສູງ 2 ແມັດ, ກັອກນໍ້າໃໝ່ 8 ກັອກ ແລະ ໄດ້ສ້ອມແປງຄືນຫົວງານເກົ່າ 1 ຫົວງານ, ລວມມູນຄ່າການກໍ່ສ້າງທັງໝົດ 333.050.000 ກີບ, ໂດຍການສະໜັບສະໜູນທຶນຈາກ ລັດຖະບານລາຊາອານາຈັກລຸກຊໍາບວກ (ແຜນງນ ລາວ/030 ປະຈໍາແຂວງບໍລິຄໍາໄຊ).

        ຜົນສຳເລັດໂຄງການດັ່ງກ່າວ ຈະເປັນການສະໜອງນ້ຳ ໃຫ້ແກ່ປະຊາຊົນ ໃນການບໍລິໂພກ ເຊິ່ງເປັນອີກປັດໃຈສຳຄັນໜຶ່ງ ໃນການແກ້ໄຂ – ປັບປຸງຊີວິດການເປັນຢູ່ຂອງປະຊາຊໍົນ ໃຫ້ນັບມື້ດີຂຶ້ນ.

 

About admin11