ປະຊາຊົນບ້ານຜາບໍ່ ໄດ້ຮັບອົບຮົມການປູກໝາກສະຕໍເບີລີເປັນສິນຄ້າ

   ໃນວັນທີ 31 ມີນາ 2022 ທີຫ້ອງການບ້ານຜາບໍ່ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ໄດ້ເປີດຝືກອົບຮົມເຕັກນິກການປູກໝາກສະຕໍເບີລີ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີນາຍບ້ານ, ຄະນະຄູຝຶກ, ພໍ່ແມ່ປະຊົນກຸ່ມປູກໝາກສະຕໍເບີລີ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ໃນພິທີ  ຄະນະຄູຝືກກໍ່ໄດ້ຜັດປ່ຽນກັນຂື້ນອະທິບາຍເຕັກນິກຕ່າງໆ ໃນການປູກໝາກສະຕໍເບີລີ ເປັນຕົ້ນແມ່ນ: ການກະກຽມເນື້ອທີ່ປູກ, ການກ້າແກ່ນ, ການປູກ, ການບົວລະບັດຮັກສາ, ຂະບວນການເກັບກ່ຽວ ແລະ ການຈັດການຫຼັງການເກັບກ່ຽວ, ການບັນຈຸ ແລະ ການຂົນສົ່ງ, ວິທີການເຮັດນ້ຳໝັກສະໝູນໄພປາບສັດຕູພືດ.

ການຝືກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ພໍ່ແມ່ປະຊາຊົນ ມີການຜະລິດເປັນກຸ່ມ,​ ມີອາຊີບທີ່ໝັ້ນຄົງ, ມີການຄຸ້ມຄອງລາຄາ ແລະ ຕະຫຼາດຮອງຮັບ,​ ຢູ່ບ້ານຜາບໍ່ມີ 25 ຄອບຄົວທີ່ໄດ້ປູກສະຕໍເບີລີ.

​ຕອນທ້າຍຍັງໄດ້ມອບອຸປະກອນການຜະລິດ ແລະ ອຸປະກອນເກັບຜົນລະປູກຈາກໂຄງການລາວ 030 ໃຫ້ກຸ່ມປູກສະຕໍເບີລີ.​

 

About admin11