ກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງໜ່ວຍ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ

ໃນຕອນເຊົ້າຂອງວັນທີ 30 ມີນາ 2022 ສະຫະພັນແມ່ຍິງ ໜ່ວຍ ປກສ ເມືອງຄຳເກີດ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ Vl ຂອງຕົນຂື້ນ ຢູ່ທີຫ້ອງປະຊຸມ ກອງບັນຊາການ ປກສ ເມືອງຄໍາເກີດ ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ນາງ ພອນມະນີ ອິນທິລາດ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ປະທານສະຫະພັນແມ່ຍິງໜ່ວຍ ປກສ ເມືອງ, ໃຫ້ກຽດເຂົ້າຮ່ວມ ໂດຍສະຫາຍ ນາງ ສຸກຜາລີ ແສງສົມພູ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີສະຫາຍ ພັນໂທ ລຳເງີນ ພະບາດໄຊ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ, ມີບັນດາແຂກຖຶກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍ ເຂົ້າຮ່ວມ.

ສະຫາຍ ພັນໂທ ນາງ ພອນມະນີ ອິນທິລາດ ໄດ້ຂື້ນຜ່ານບົດລາຍງານການເມືອງ ທັງສອງພາກ ເຊີ່ງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະຜ່ານມາ ວ່າ: ຄະນະສະຫະພັນແມ່ຍິງ ໜ່ວຍ ປກສ ເມືອງຄໍາເກີດ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ເປັນບັນຫາສໍາຄັນ, ເປັນຕົ້ນແມ່ນການນໍາເອົານິຕິກໍາ, ຂໍ້ກໍານົດ, ກົດລະບຽບຕ່າງໆ ຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊືມ ເພື່ອເຮັດໃຫ້ສະມາຊິກແມ່ຍີງ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຮັກມູນເຊື້ອ ແລະ ກຽດສັກສີຂອງແມ່ຍິງ, ຍົກສູງສະຕິເຄົາລົບລະບຽບກົດໝາຍ, ເສີມຂະຫຍາຍສິດເປັນເຈົ້າຕົນເອງ, ເພີ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າປະກອບສ່ວນໃນການຈັດຕັ້ງ ປະຕິບັດແນວທາງ ນະໂຍບາຂອງພັກ-ລັດ ສ້າງຄວາມບຸກບືນກ້າວຂື້ນ ເຮັດໃຫ້ແມ່ຍິງ ໄດ້ປະກອບສ່ວນ ເຂົ້າໃນທຸກວຽກງານວິຊາສະເພາະ.

ຕະຫຼອດໄລຍະ 5 ປີຜ່ານມາ ສະຫະພັນແມ່ຍິງ ໜ່ວຍ ປກສ ເມືອງຄໍາເກີດ ສາມາດຍາດໄດ້ຜົນງານຢ່າງຮອບດ້ານ ໃນນີ້: ໄດ້ຮັບຫຼຽນກາແຮງງານ 07 ສະຫາຍ, ໃບຍ້ອງຍໍລັດຖະບານ 3 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບ 6 ສະຫາຍ, ໃບຍ້ອງຍໍກົມໃຫຍ່ການເມືອງ ປກສ 5 ສະຫາຍ, ໄດ້ຮັບການຍ້ອງຍໍເລື່ອນຊັ້ນ 22 ສະຫາຍ, ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງ ເຊີ່ງສະມາຊິກ ແມ່ຍິງໃນໜ່ວຍ ແມ່ນໄດ້ຖືກຮັບຮອງເປັນສະມາຊິກ ແມ່ຍິງ 3 ດີ 29 ສະຫາຍ, ຮັບໃບຢັ້ງຢືນເປັນໜວ່ຍສະຫະພັນແມ່ຍິງ 3 ດີ ໄດ້ 4 ຄັ້ງ.

ເອົາໃຈໃສ່ປຸກລະດົມເອື້ອຍນ້ອງແມ່ຍິງ ປະກອບສ່ວນຢ່າງຕັ້ງໜ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນເຈົ້າຕົນເອງ ຮູ້ໄດ້ກົນອຸບາຍການຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ ແລະ ສາມາດຮັກສາຄວາມສະຫງົບໄດ້ໂດຍຟື້ນຖານ, ສຸມສະຕິປັນຍາເຂົ້າໃນການປະຕິບັດວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຢ່າງມີປະສິດທິພາບສູງ.

ຫຼັງຈາກຄະນະຊຸດເກົ່າໄດ້ກ່າວອໍາລາໜ້າທີ່  ກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະແມ່ຍິງໜ່ວຍຊຸດໃໝ່ ໂດຍມີຜູ້ລົງສະໝັກຈໍານວນ 05 ສະຫາຍ, ເລືອກເອົາ 03 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງ ແລະ ການຕົກລົງໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັນໂທ ນາງ ພອນມະນີ ອິນທິລາດ ເປັນປະທານ, ສະຫາຍ ພັນຕີ ນາງ ສອນທະລີ ດວງພິລາວັນ ເປັນຮອງປະທານ ແລະ ສະຫາຍ ພັນຕີ ນາງ ພູລັດສະໝີ ຈັນຄະມະນີ ເປັນຄະນະ.

About admin11