ສໍາເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງບ້ານເມືອງມ່ວນ

     ໃນວັນທີ 1 ເມສາ 2022 ບ້ານ ເມືອງມ່ວນ, ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກບ້ານຂື້ນ ຢູ່ສະໂມສອນໂຮງຮຽນປະຖົມຂອງບ້ານ ພາຍໃຕ້ການເປັນປະທານຂອງ ສະຫາຍ ຊຽງໃສ ວັນລະວົງ ເລຂາພັກບ້ານ – ນາຍບ້ານເມືອງມ່ວນ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ທອງລິດ ສິດທິອໍາພາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຫົວໜ້າຫ້ອງການພາຍໃນ, ພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງບ້ານຕາມ 5 ໜ່ວຍງານ, ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ກອງປະຊຸມ ທ່ານ ຄໍາຜົງ ໄຊຍະໂຊກ ຮອງນາຍບ້ານ ເມືອງມ່ວນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ ທ່ານໄດ້ຕີລາຄາຄືນການຊີ້ນຳ – ນຳພາຂອງຄະນະພັກໃນການປະຕິບັດວຽກງານຢ່າງຮອບດ້ານໄລຍະ 5 ປີ ຜ່ານມາ, ບ້ານເມືອງມ່ວນ ມີສະມາຊິກພັກທັງໝົດ 25 ສະຫາຍ, ຍີງ 0 ສະຫາຍ, ຜ່ານມາ ຄະນະພັກໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງບ້ານ, ຍົກໃຫ້ເຫັນຜົນງານຫຼາຍດ້ານມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ.

ບ້ານເມືອງມ່ວນ ມີ 140 ຫຼັງຄາເຮືອນ, ມີ 152 ຄອບຄົວ, ມີພົນລະເມືອງ 751 ຄົນ ຍິງ 352 ຄົນ, ອາຊີບເຮັດນາ, ເຮັດໄຮ່,​ ປູກພືດ, ລ້ຽງສັດ ແລະ ຄ້າຂາຍ, ທົ່ວບ້ານມີເນື້ອທີ່ທັງໝົດ 4.270 ເຮັກຕ່າ, ພາຍໃນບ້ານມີສັດລ້ຽງປະເພດງົວ ຈໍານວນ 720 ໂຕ, ຄວາຍ 30 ໂຕ, ໝູ 340 ໂຕ ແລະ ສັດປີກຈໍານວນ 2.800 ໂຕ, ມີເນື້ອທີ່ດິນກະສິກໍາ 684 ເຮັກຕ່າ, ສະເລ່ຍລາຍຮັບເຂົ້າກິນ 353 ກິໂລ/ຄົນ/ປີ, ສະເລ່ຍລາຍຮັບ 1.000 ໂດລາສະຫະລັດ ຕໍ່ຄົນ/ຕໍ່ປີ,​ ບ້ານມີຄອບຄົວພົ້ນທຸກຈຳນວນ 148 ຄອບຄົວ.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກ ແລະ ຄະນະບ້ານຊຸດໃໝ່ ເຊີ່ງໄດ້ເລືອກເອົາ ທ່ານ ຄໍາຜົງ ໄຊຍະໂຊກ ເປັນເລຂາໜ່ວຍພັກບ້ານ – ເປັນນາຍບ້ານ, ທ່ານ ໄມເຄນ ວັນລະວົງ ເປັນຮອງເລຂາ – ເປັນຮອງນາຍບ້ານ, ທ່ານ ເຂັມແກ້ວ ພີມມະສອນ ເປັນກຳມະການເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ ແລະ ທ່ານ ຊຽງທອງ ເປັນຮອງນາຍບ້ານ.

 

 

About admin11