ພາກສ່ວນຕ່າງໆ ມອບເງິນຊຸກຍູ້ຮາກຖານຊາວໜຸ່ມ ປກສ ແຂວງບໍລິຄໍາໄຊ 

ຕອນເຊົ້າ ວັນທີ 28 ເມສາ 2022  ຫລາຍພາກສ່ວນ ໄດ້ມອບເງີນຊຸກຍູ້ຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໃນນີ້ມີ ບໍລິສັດ ລາວຈະເລີນການຄ້າ ຈໍານວນ 2.000.000 ກີບ, ບໍລິສັດ ອະນຸລັກ ການໄຟຟ້າ ຈໍາກັດ  1.400.000 ກີບ,  ຫ້ອງສັນຕິບານ ປກສ ແຂວງ 1.400.000 ກີບ ແລະ ໜ່ວຍຊາວໜຸ່ມຮາກຖານຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 1.000.000 ກີບ, ລວມຈຳ​ນວນ​ເງິນ​ທີ່ມອບ – ຮັບ​ໃນ​ຄັ້ງ​ນີ້ 5.800.000 ກີບ, ​ເຊິ່ງ​ກ່າວ​ຮັບໂດຍ ສະຫາຍ ພັທ​  ກອງລະສັກ​ ສີສຸກລາດ​ ຮອງ​ຫົວ​ໜ້າ​ຫ້ອງ​ການ​ເມືອງ, ຄະນະປະຈຳຊາວໜຸ່ມແຂວງ, ​ເລຂາຄະນະ​ຊາວໜຸ່ມ​ຮາກຖານ ກອງບັນຊາການ​ ປກສ​ ແຂວງ   ບໍລິຄຳໄຊ​, ມີຄະນະຮາກຖານຊາວໜຸ່ມ, ຄະນະໜ່ວຍຊາວໜຸ່ມ ເຂົ້າຮວມ ເປັນສັກຂີພະຍານ.

ທ່ານ ພັນໂທ​ ກອງລະສັກ​ ສີສຸກລາດ​ ໄດ້ຕາງ​ໜ້າຄະ​ນະ​ພັກ, ຄະ​ນະ​ບັນ​ຊາ ແລະ ຄະນະ​ຊາວໜຸ່ມ​ຮາກຖານ ປກສ​ ແຂວງ ກ່າວສະແດງຄວາມຂອບໃຈ  ແລະ  ຮູ້ບຸນຄຸນ​ຢ່າງ​ສູງ ມາຍັງພາກສ່ວນຕ່າໆ ທີ່ໄດ້​ເສຍ​ສະຫຼະ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ເພື່ອ​ປະ​ກອບ​ສ່ວນ​ສົມ​ທົບ​ທຶນ​ເຂົ້າ​ໃນ​​ການກໍ່​ສ້າງ​ທາງເບຕົງ ເຂົ້າຫາຫໍພັກພະນັກງານ ປກ​ສ ແຂວງ  ໃຫ້ມີຄວາມ​ແໜ້ນ​ໜາ​ຖາ​ວອນ ແລະ ສະອາດງາມຕາ.

ການ​ປະ​ກອບ​ສ່ວນ​ຂອງ​ພາກ​ສ່ວນ​ຕ່າງໆ​ໃນ​ຄັ້ງ​ນີ້ ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງ​ຄົມ ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ – ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.

 

 

 

About admin11