ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ແຂວງບໍລິຄຳໄຊ ເອົາໃຈໃສ່ວຽກງານກໍ່ສ້າງພັກ – ພະນັກງານ

ໃນຕອນເຊົ້າຂອງວັນທີ 17 ມີນາ 2022 ຢູ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ເຈົ້າແຂວງ ກໍ່ໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບແຂວງບໍລິຄຳໄຊ ເປັນຕົ້ນວຽກງານດ້ານເສດຖະກິດຂອງແຂວງ, ແຈ້ງຜົນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 6 ສະໄໝທີ 7, ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ແລະ ການຜັນຂະຫຍາຍມະຕິ ເລກທີ 04/ຄບສພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ໃຫ້ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຮັບຊາບ.

ຈາກນັ້ນ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ໄດ້ລາຍງານສະພາບລວມຂອງຄະນະຈັດຕັ້ງແຂວງ ວ່າ: ປະຈຸບັນພະນັກງານ – ລັດຖະກອນ ສັງກັດຢູ່ໃນຄະນະຈັດຕັ້ງແຂວງ ແລະ ຄະນະຈັດຕັ້ງເມືອງ 7 ຕົວເມືອງ ທັງໝົດຈຳນວນ 61 ສະຫາຍ, ໃນນັ້ນ ສະເພາະຄະນະຈັດຕັ້ງແຂວງມີ 24 ສະຫາຍ, ວຽກງານກໍ່ສ້າງພັກ ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ບັນດາໝ່ວຍພັກ ໂດຍສະເພາະຢູ່ຂັ້ນບ້ານ ໄດ້ສ້າງຂະບວນການວຽກງານຮອບດ້ານໂດຍຕິດພັນກັບວຽກງານສາມສ້າງ ແລະ ຂະບວນການຮັກຊາດ ແລະ ພັດທະນາ, ເອົາໃຈໃສ່ຂະບວນການພັດທະນາເສດຖະກິດ – ສັງຄົມ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຕາມຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ວາງໄວ້, ການເລືອກຕັ້ງເລຂາໜ່ວຍພັກບ້ານແມ່ນ ສາມາດຄວບຕຳແໜ່ງເປັນນາຍບ້ານ ຈຳນວນ 284 ບ້ານ ກວມເອົາ 100% ຂອງບ້ານທັງໝົດທົ່ວແຂວງ, ການປັບປຸງການຈັດຕັ້ງຮາກຖານພັກ ໂດຍສະເພາະການສ້າງຕັ້ງ, ຍຸບເລີກ ຄະນະພັກຮາກຖານ ນັບແຕ່ປີ 2008 ມາຮອດປະຈຸບັນ ແຂວງພວກເຮົາ ຍຸບຄະນະພັກຮາກຖານ ກຸ່ມບ້ານໄດ້ແລ້ວ 11 ກຸ່ມບ້ານ.

ປະຈຸບັນທົ່ວ ແຂວງບໍລິຄຳໄຊ ມີການຈັດຕັ້ງຮາກຖານພັກທັງໝົດ 982 ຮາກຖານມີ 88 ຄະນະພັກຮາກຖານ, ມີ 840 ໜ່ວຍພັກ, ມີສະມາຊິກພັກທັງໝົດ 14.105 ສະຫາຍ, ຍິງ 3.572 ສະຫາຍ, ສະມາຊິກພັກສຳຮອງ 729 ກະຫາຍ, ຍິງ 262 ສະຫາຍ ໄດ້ຮັບປື້ມກົດລະບຽບຂອງພັກ ສະໄໝທີ XI ຈຳນວນ 14.000 ຫົວ ແລະ ໄດ້ແຈກຍາຍໃຕ້ອົງຄະນະພັກ ເມືອງ 7 ຕົວເມືອງ, ຄະນະພັກ ປກຊ-ປກສ ແຂວງ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານອ້ອມຂ້າງແຂວງ ຈຳນວນ 13.997 ຫົວ, ກວມເອົາ 99 23% ຂອງຈຳນວນສະມາຊິກພັກທັງໝົດ.

ຕອນທ້າຍ ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງໄດ້ໂອ້ລົມ ຕໍ່ພະນັກງານຄະນະຈັດຕັ້ງແຂວງ ເຊິ່ງກ່ອນອື່ນ ທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ຕ້ອງໄດ້ກວດກາຢ່າງລະອຽດ ເປັນຕົ້ນແມ່ນປະຫວັດຕົ້ນກຳເນີດ, ການເຄື່ອນໄຫວ, ມີຄຸນສົມບັດ ສິນທຳປະຕິວັດ, ການປະຕິບັດກົດລະບຽບຂອງພັກ, ວຽກງານກໍ່ສ້າງພັກ ໃຫ້ມີການກວດກາ ບັນດາເນື້ອໃນການດຳເນີນຊີວິດການເມືອງ, ກວດກາກົດລະບຽບຕໍ່ສະມາຊິກພັກ ເອົາໃຈໃສ່ປະຊາທິປະໄຕພາຍໃນພັກໃນການຕົກລົງເປັນໝູ່ຄະນະ ໃຫ້ມີຄວາມເປັນເອກະພາບສູງ, ວຽກງານກໍ່ສ້າງພະນັກງານ ໃຫ້ສົມທົບກັບສາຍຕັ້ງ ແລະ ພະນັກງານຕ້ອງໄດ້ສຶກສາບັນດາກົດໝາຍ, ນິຕິກຳ, ມະຕິກົມການເມືອງ ໃຫ້ໜັກແໜ້ນ, ການເຂົ້າເປັນພະນັກງານລັດຖະກອນ ກໍ່ຕ້ອງໃຫ້ຖືກຕ້ອງກັບຄວາມຕ້ອງການຂອງບັນດາໜ້າວຽກ ເພື່ອໃຫ້ແທດເໝາະກັບວຽກງານຕົວຈິງ.

About admins16