ບໍລິຄຳໄຊ ສະຫຼຸບການລະບາດຂອງໂຄວິດ – 19 ໃນໄລຍະ 3 ເດືອນຕົ້ນປີ 2022

ກອງປະຊຸມສະຫຼຸບສະພາບການລະບາດຂອງພະຍາດໂຄວິດ – 19 ໃນໄລຍະ 3 ເດືອນຕົ້ນປີ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນປະທານໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄູມ ແລະ ການແກ້ໄຂ ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19, ມີຄະນະສະເພາະກິດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໄລຍະ 3 ເດືອນຜ່ານມາ ຄະນະສະເພາກິດແຕ່ລະຂັ້ນ ໄດ້ເອົາໃຈໃສ່ຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນການລົງຊອກຄົ້ນຫາກໍລະນີຜູ້ສໍາພັດກັບຜູ້ຕິດເຊື້ອ ເພື່ອນໍາເຂົ້າສູນກັກກັນຊອກຫາເຊື້ອ ແລະ ຄວບຄຸມການລະບາດບໍ່ໃຫ້ແຜ່ວົງກ້ວາງອອກ, ການກວດຄົນເຂົ້າ – ອອກ ຕາມຊາຍແດນຂອງແຂວງ ແລະ ອື່ນໆ, ນັບແຕ່ 1 ມັງກອນ ຫາ 15 ມີນາ 2022 ມີຄົນກັກກັນຢູ່ສູນ ແລະ ຢູ່ໂຮງແຮມມ ທັງໝົດ 543 ຄົນ, ຍັງສືບຕໍ່ກັກກັນ 65 ຄົນ, ຮອດປະຈຸບັນ ແຂວງບໍລິຄໍາໄຊໄດ້ມີການເກັບຕົວຢ່າງສະສົມ 6.515 ຕົວຢ່າງ, ພົບຜູ້ຕິດເຊື້ອ 2.066 ກໍລະນີ, ປິ່ນປົວຫາຍດີ 1.676 ຄົນ, ກຳລັງປິ່ນປົວ 80 ຄົນ ແລະ ເສຍຊີວິດ 18 ກໍລະນີ.

ສຳລັບຕົວເລກການສັກວັກຊີນກັນໂຄວິດ-19 ເຂັມທີ 1 ເທົ່າກັບ 62,7%, ເຂັມທີ 2 ເທົ່າກັບ 56% ແລະ ເຂັມທີ 3 ເທົ່າກັບ 11,8%, ແຜນການໃນປີ 2022 ຈະເພີ່ມທະວີການສັກວັກຊີນກັນໂຄວິດ – 19 ໃຫ້ກຸ່ມເປົ້າໝາຍແຕ່ອາຍຸ 6 ປີຂຶ້ນໄປ ໃຫ້ບັນລຸ 80%.

ຫຼັງຈາກນັ້ນຍັງມີການສະເໜີ, ແລກປ່ຽນຄໍາຄິດຄຳເຫັນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສໍາຄັນເປັນຕົ້ນແມ່ນ ການຄວບຄຸມ, ການກວດຫາເຊື້ອພະຍາດໂຄວິດ – 19, ການເກັບກຳຂໍ້ມູນຂອງຄະນະສະເພາະກິດແຕ່ລະຂັ້ນ, ການຄຸ້ມຄອງການເຄື່ອນຍ້າຍຂອງແຮງງານ, ການເພີ່ມທະວີການສັກວັກຊີນກັນໂຄວິດ – 19 ໃຫ້ກຸ່ມເປົ້າໝາຍ, ການກຽມຄວມພ້ອມເປີດດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການຄຸ້ມຄອງ, ການນໍາໃຊສູນກັກກັນໂຄວິດ ແລະ ວຽກງານອື່ນໆ.

About admins14