ດານົນພີເຮັດດິ ຈະລົງທຶນພັດທະນາການກະສິກຳ ເຂດ 3 ບ້ານ ເມືອງທ່າພະບາດ

ພິທີເຊັນສັນຍາສຳປະທານ ໂຄງການລົງທຶນ ປູກໝາກທຸລຽນ, ໝາກອາກາເວ, ມັນຕົ້ນ ແລະ ລ້ຽງສັດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ມີນາ 2022 ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນສຳປະທານ ເຊັນໂດຍ ທ່ານ ທັດສະພອນ ແກ້ວນະຄອນ ຮອງອຳນວຍການ ບໍລິສັດ ດານົນພີເຮັດດິ ສົ່ງເສີມກະສິກຳ ຈຳກັດຜູ້ດຽວ, ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ດານົນພີເຮັດດິ ສົ່ງເສີມກະສິກຳ ຈຳກັດຜູ້ດຽວ ແມ່ນມີຄວາມສົນໃຈຕ້ອງການພັດທະນາດ້ານກະສິກຳ ປູກໝາກທຸລຽນ, ໝາກອາກາເວ, ມັນຕົ້ນ ແລະ ລ້ຽງສັດ ຢູ່ເຂດບ້ານປາກທວາຍ, ບ້ານໜອງເກິນ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເຊິ່ງມີເນື້ອທີ່ທັງໝົດ 150 ເຮັກຕາ, ມູນຄ່າການລົງທຶນ 198.961.713.000 ກີບ ແລະ ມີອາຍຸສຳປະທານ 40 ປີ.

ຈຸດປະສົງ ກໍ່ເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນ ແຂວງບໍລິຄໍາໄຊ ໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

About admins16