ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລົງຊີ້ນໍາວຽກງານຢູ່ ປກສ ແຂວງ ບໍລິຄໍາໄຊ.

 

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2021 ນີ້ ທ່ານ ພັອ ໜູໃບ ອິນທິສານ ຄະນະພັກກະຊວງ ຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະໄດ້ລົງພົບປະຢ້ຽມຢາມຊຸກຍູ້ ແລະ ຊີ້ນໍາວຽກງານວິຊາສະເພາະ ຢູ່ທີ່ຫ້ອງຄຸມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງບໍລິຄໍາໄຊ ໂດຍການເປັນກຽດຕ້ອນຮັບຂອງ ທ່ານ ພັທ ບຸນມອນ ວັນນະພົມ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະຫ້ອງ, ຄະນະພະແນກ ແລະ ບັນດາຫົວໜ້າໜ່ວຍງານເຂົ້າຮ່ວມ.

ການລົງມາໃນຄັ້ງນີ້ ກໍ່ໄດ້ຮັບຟັງການລາຍງານສະພາບຈຸດພິເສດ, ທີ່ຕັ້ງຂອງແຂວງ ພ້ອມທັງການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນຂອບເຂດວຽກງານວິຊາສະເພາະຄວາມຮັບຜິດຊອບຂອງຕົນ, ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ແກ່ພະນັກງານ-ນັກຮົບ, ໃຫ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນ ໂດຍສະເພາະການຕິດຕາມສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ໄດ້ເປີດກອງປະຊຸມວຽກງານສຳມະໂນຄົວ ແລະ ກຸ່ມບ້ານ ໃນ 04 ຕົວເມືອງສໍາເລັດ ໂດຍຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ແລະ ສາຍຂວາງ, ເອົາໃຈໃສຕິດຕາມການເຄື່ອນໄຫວ, ການເໜັງຕີງຂອງປະຊາຊົນພົນລະເມືອງ ແລະ ກຸ່ມຄົນບໍ່ຫວັງດີທີລັກມາດໍາລົງຊີວິດ ໃນແຕ່ລະເມືອງກໍ່ຄືແຂວງ ບໍລິຄໍາໄຊ ພ້ອມທັງແກ້ໄຂບັນຫາຫາງສຽງສັງຄົມ, ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ ໃນຂອບເຂດຊາຍແດນ, ການລັກລອບສ້າງຄອບຄົວລະຫວ່າງຄົນລາວ ກັບ ຄົນຕ່າງປະເທດ, ລັກລອບປະກອບອາຊີບ ແລະ ລັກລອບຄ້າ-ຂາຍເຄື່ອງຂອງຜິດກົດໝາຍ, ຄ້າ-ຂາຍຢາເສບຕິດ, ການກໍ່ອາດຊະຍາກໍາ, ການຄ້າມະນຸດ ແລະ ອື່ນໆ.

ຕອນທ້າຍ ທ່ານ ພັອ ໜູໃບ ອິນທິສານ  ຍັງໄດ້ສະແດງຄວາມຊົມເຊີຍ ມາຍັງ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນ ແລະ ກໍ່ສ້າງຮາກຖານ ພ້ອມດ້ວຍຄະນະ ທີ່ໄດ້ເອົາໃຈໃສຊີ້ນໍາ-ນໍາພາພະນັກງານ-ນັກຮົບ ໃນຂອບເຂດທີ່ຕົນຮັບຜິດຊອບ ເຮັດສໍາເລັດທຸກໜ້າທີ່ວຽກງານ, ສາມາດແກ້ໄຂໄດ້ບັນຫາຕ່າງໆ ໄດ້ທັນເຫດການ, ເຮັດໃຫ້ສະພາບປະຊາຊົນ ແຕ່ລະເມືອງ, ພາຍໃນແຂວງ, ມີຄວາມເປັນລະບຽບຮຽບຮ້ອຍດີ ພ້ອມທັງເນັ້ນໜັກໃຫ້ຄະນະນໍາຈົ່ງພ້ອມກັນເອົາໃສ່, ເຮັດວຽກງານສຶກສາອົບຮົບການເມືອງແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ມີການຊຸກຍູ້ຕິດຕາມແກ້ໄຂບັນຫາປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂື້ນໃຫ້ຖຶກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຂອງ ບ້ານເມືອງ.

About admin11