ບ້ານ ນາດີ ໄດ້ໂຮງຮຽນປະຖົມຫລັງໃໝ່ແລ້ວ

 

ໃນວັນທີ 24 ກຸມພາ 2021 ຢູ່ໂຮງຮຽນ ປະຖົມ ບ້ານ ນາດີ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໂຮງຮຽນຫຼັງໃໝ່ ພາຍຫຼັງກໍ່ສ້າງສໍາເລັດ ລະຫວ່າງ ບໍລິສັດ ໂຊກຊັບໄຊກໍ່ສ້າງຈຳກັດຜູ້ດຽວ ຜູ້ຮັບເໝົາກໍ່ສ້າງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກໍາມະການ, ອຳນວຍການບໍລິສັດ, ພະນັກງານຕິດຕາມປະຈໍາພາກສະໜາມ, ຄູ-ອາຈານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນ ປະຖົມ ບ້ານນາດີ ໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ແຕ່ວັນທີ 7 ກັນຍາ 2020 ຫາ ວັນທີ 18 ກຸມພາ 2021 ໄດ້ສໍາເລັດ 100%.

ໂຄງການດັ່ງກ່າວ ປະກອບມີອາຄານຮຽນ 1 ຫຼັງ ຂະໜາດ 8 x 16 ແມັດ, ແບ່ງອອກເປັນ 2 ຫ້ອງຮຽນ , ມີອາຄານຫ້ອງນໍ້າ 1 ຫຼັງ, ໂຮງຮຽນດັ່ງກ່າວແມ່ນເປັນອາຄານຖາວອນ ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດີນຈີ່ ໂບກສອງໜ້າ, ໂຄງຫຼັງຄາເຫຼັກ, ມຸ້ງດ້ວຍກະເບື້ອງ, ປູກະໂລ່, ແຕ່ລະຫ້ອງມີລະບົບໄຟຟ້າຄົບຊຸດ ລວມມູນຄ່າການກໍ່ສ້າງທັງໝົດ 327,416,922 ກີບ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກລັດຖະບານອານາຈັກລູກຊໍາບວກ ແຜນງານລາວ/030.

ໃນພິທີ ໄດ້ມີການເຊັນມອບ-ຮັບລະຫວ່າງຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການ ໂດຍໃຫ້ກຽດເຊັນມອບ ຂອງ ທ່ານ ຄໍາແສນ ສຸວັນນາດີ ຜູ້ອໍານວຍການບໍລິສັດ ແລະ ໃຫ້ກຽດເຊັນຮັບແມ່ນ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລ້ວມອບຕໍ່ໃຫ້ຄູ- ອາຈານ, ບ້ານ, ປົກປັກຮັກສາ ແລະ ນ້ຳໃຊ້.

About admin11