ເຈົ້າແຂວງຊີ້ນຳວຽກງານຈັດເກັບລາຍຮັບງົບປະມານແຫ່ງລັດ ປະຈຳປີ 2021

ເພື່ອເປັນທິດຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ດ້ວຍປະສິດທິຜົນສູງສຸດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລີຄຳໄຊ ຍັງໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ໃນກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2020 ແລະ ທິດທາງແຜນການ 2021 ທີ່ໄດ້ຈັດຂຶ້ນໃນວັນທີ 23 ກຸມພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.

ຜ່ານການສະເໜີລາຍງານ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຫັນວ່າຍັງມີບາງຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ເປັນຕົ້ນແມ່ນ ການສ້າງພື້ນຖານໂຄງລ່າງ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຜູ່ມາໃຊ້ບໍລິການບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ຍັງບໍ່ທັນເອື້ອອຳນວຍຄວາມສະດວກເທົ່າທີ່ຄວນ, ຍັງມີຫຼາຍຂັ້ນຫຼາຍຂອດຊັກຊ້າ, ການດຶງດູດນັກລົງທຶນ ເພື່ອຂະຫຍາຍຖານລາຍຮັບໃໝ່ ຍັງເຮັດບໍ່ທັນໄດ້ດີ, ສະຖິຕິຂໍ້ມູນ ບໍ່ທັນຄົບຖ້ວນ ແລະ ຊັດເຈນ, ກົນໄກການຄຸ້ມຄອງຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ ແລະ ວຽກງານອື່ນໆ.

ຕໍ່ກັບຂໍ້ຄົງຄ້າງດັ່ງກ່າວ ທ່ານເຈົ້າແຂວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາສຳຄັນ ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍນິຕິກຳຕ່າງໆໃຫ້ເລິກເຊີ່ງກວ້າງຂວາງ, ຊອກຄົ້ນແຫຼ່ງລາຍຮັບທີ່ຍັງບົມຊ້ອນ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເພີ່ມທະວີ ແລະ ສະກັດກັ້ນ ການຮົ່ວໄຫຼຂອງງົບປະມານທຸກຮູບແບບ, ຄຸ້ມຄອງລາຍຈ່າຍງົບປະມານ ຕາມແຜນສະພາຮັບຮອງ ແລະ ປະຕິບັດລາຍຈ່າຍທີ່ເປັນບູລິມະສິດ ໃຫ້ເປັນປົກກະຕິ, ເຂັ້ມງວດໃນການປະຕິບັດວິໄນການເງິນ, ໂດຍສຸມໃສ່ວຽກງານກວດກາຫຼັງການຈ່າຍ ການນຳໃຊງົບປະມານ ຂອງບັນດາຫົວໜ່ວຍງົບປະມານຂັ້ນແຂວງ ແລະ ຂັ້ນເມືອງ, ສຸມໃສ່ແກ້ໄຂການກວດສອບ ໂດຍສະເພາະບັນຫາທີ່ຕິດພັນກັບຂະແໜງການເງິນ ເປັນຕົ້ນແມ່ນ ບັນຫາໜີ້ສິນ ໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານບັນຊີແຫ່ງລັດ ໂດຍຫັນຫົວໜ່ວຍງົບປະມານຂັ້ນເມືອງ ໃຫ້ຖືບັນຊີແຫ່ງລັດ (ລະບົບບັນຊີຄູ່) ໃຫ້ທົ່ວເຖິງ ແລະ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃນຂະແໜງການເງິນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນຈັນຍາທຳ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ ແລະ ເຂັ້ມງວດໃນການປະຕິບັດວິໄນການເງິນ.

About admins14