3 ອົງການຈັດຕັ້ງ ເມືອງວຽງທອງ ກໍານົດພະນັກງານນໍາພາ-ຄຸ້ມຄອງ

ຕອນເຊົ້າຂອງວັນທີ 2 ກໍລະກົດ 2021 ນີ້ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ພະນັກງານຂົງເຂດຫ້ອງການສຶກສາທິການ ແລະ ກິລາ, ຫ້ອງການສາທາລະນະສຸກ, ຫ້ອງການແຜນການ ແລະ ການລົງທຶນ ເມືອງ ໄດ້ຈັດກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ຫົວໜ້າອົງການກວດກາລັດເມືອງ, ມີພະນັກງານລັດຖະກອນ, ສະມາຊິກພັກທັງ 3 ຫ້ອງການ ເຂົ້າຮ່ວມ.

ກອງປະຊູມ ໄດ້ຜ່ານຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 03/ລບ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃຫມ່, ມະຕິຂອງຄະນະປະຈຳພັກແຂວງ ເລກທີ 824/ຄປຂບຊ ວ່າດ້ວຍການຂື້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງຄະນະປະຈໍາພັກແຂວງ ເລກທີ 825/ຄປຂບຊ ວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ, ຄຳແນະນໍາຂອງຄະນະຈັດຕັ້ງເເຂວງ ເລກທີ 0568/ຄຈ.ຂບຊ ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ, ແນະນໍານິຕິກໍາການປະເມີນມາດຕະຖານການສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ, 47 ຕົວຊີ້ບອກ.

ຈາກນັ້ນ ກໍ່ໄດ້ທາບທາມ ເພື່ອຄັດເລືອກຈັດວາງຜູ້ທີ່ມີແນວຄິດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admin11