ສ.ວ.ດ 5 ແຂວງ ເພີ່ມທະວີວຽກງານໂຄສະນາ ຜ່ານລະຄອນຕຸກກະຕາ

ຊຸດຝຶກອົບຮົມລະຄອນຕຸກກະຕາ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ 2020 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ, ມີທີມງານຄູຝຶກຈາກ ກອງລະຄອນແຫ່ງຊາດ ຂະແໜງຕຸກກະຕາ ແລະ ຄູ-ອາຈານ ສູນວັດທະນະທຳເດັກ ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຊຽງຂວາງ ເຂົ້າຮ່ວມ.

ຈຸດປະສົງຂອງຊຸດຝຶກອົບຮົມ ກໍ່ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການນຳໃຊ້ລະຄອນຕຸກກະຕຸກ ເປັນສື່ຖ່າຍທອດຄວາມຮູ້ໃຫ້ແກ່ເດັກນ້ອຍ ແລະ ຜູ້ຊົມ ທັງເປັນການປູກຈິດສຳນຶກ ແລະ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ໂດຍຜ່ານການຊົມການສະແດງລະຄອນຕຸກກະຕາ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 3 ວັນເຕັມຈຶ່ງສຳເລັດ ແຕ່ວັນທີ 2-4 ຕຸລາ ໂດຍນັກສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບການຂຽນບົດລະຄອນຕຸກກະຕາ ເປັນຕົ້ນແມ່ນການສ້າງໂຄງເລື່ອງ, ການແບ່ງສາກ ແລະ ຈັງຫວະການສະແດງ, ເພງ, ສຽງ ແລະ ແສງປະກອບ ໃຫ້ມີຄວາມໜ້າສົນໃຈ ແລະ ມີເນື້ອໃນຄົບຖ້ວນ ສອດແສກຄະຕິເຕືອນໃຈ, ໃຫ້ຄວາມຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີ, ລະບຽບກົດໝາຍ ແລະ ຄວາມຮູ້ທີ່ສຳຄັນອື່ນໆ.

ພ້ອມດຽວກັນ ຍັງຈະໄດ້ຮຽນການຜະລິດຫຸ່ນຕຸກກະຕາ ແຕ່ລະຊະນິດ ຈາກຟອງນ້ຳ ແລະ ເສດຜ້າ, ຫຼັງຈາກນັ້ນ ກໍ່ຈະໄດ້ມີການແບ່ງກຸ່ມຂຽນບົດ ແລະ ສາທິດຕົວຈິງ ໃນການສະແດງລະຄອນຕຸກກະຕາຂອງແຕ່ລະກຸ່ມ, ທັ້ງນີ້ກໍ່ເພື່ອຮັບປະກັນເຖິງຜົນສຳເລັດ ໄດ້ທັງປະລິມານ ແລະ ຄຸນນະພາບ.

ສຳລັບ “ລະຄອນຕຸກກະຕາ” ໄດ້ເລີ່ມສ້າງຕັ້ງຂຶ້ນມາແຕ່ປີ 2006 ໂດຍແມ່ນກອງລະຄອນຕຸກກະຕາແຫ່ງຊາດ ຂອງກົມສິລະປະ-ການສະແດງ ກະຊວງ ຖວທ ແລະ ໄດ້ມີການເຄື່ອນໄຫວ ເຮັດພາລະບົດບາດຂອງຕົນ ໃນການສະແດງຮັບໃຊ້ສັງຄົມ ເປັນຕົ້ນແມ່ນການເຄື່ອນໄຫວສະແດງໃນທົ່ວປະເທດ ໄດ້ 55 ຄັ້ງຕໍ່ປີ. ນອກນັ້ນກອງລະຄອນຕຸກກະຕາແຫ່ງຊາດ ຍັງໄດ້ໄປເຄື່ອນໄຫວຢູ່ຕ່າງປະເທດ ແລະ ສາມາດຍາດໄດ້ລາງວັນສຳຄັນຈຳນວນໜຶ່ງ ອັນພົ້ນເດັ່ນແມ່ນສາມາດຍາດໄດ້ລາງວັນຊະນະເລີດ ໃນງານປະກວດການສະແດງລະຄອນຕຸກກະຕານາໆຊາດ ທີ່ຈັດຂຶ້ນຢູ່ ຮ່າໂນຍ ສສ ຫວຽດນາມ.

About admins14