ຊາວພຸດທະສາສະນິກະຊົນ ແຂວງບໍລິຄຳໄຊ ຮ່ວມໃຈໃສ່ບາດບຸນອອກພັນສາ

     

ເພື່ອຮັກສາຮີດຄອງປະເພນີນີອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ກັບຄົນລາວຊາວພຸດຕະຫຼອດໄປ ໃນມື້ຂຶ້ນ 15 ຄ່ຳ ເດືອນ 11, ກົງກັບວັນທີ 2 ຕຸລາ 2020 ເປັນມື້ອອກພັນສາ ບັນດາການນຳພັກ-ລັດ, ພະນັກງານການນຳອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນ ໄດ້ມາເຕົ້າໂຮມຮ່ວມກັນເຮັດບຸນຕັກບາດຖວາຍສັງຄະທານ ຢູ່ຕາມວັດວາອາຣາມຕ່າງໆ, ໃຫ້ກຽດເຂົ້າຮ່ວມຕັກບາດຢູ່ວັດ ບ້ານອະນຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ມີ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ.

ບັນຍາກາດຂອງບຸນອອກພັນສາໃນປີນີ້ ກໍ່ມີຄວາມຄຶກຄື້ນຄືກັບທຸກໆປີ ບັນດາຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນຕື່ນຕັ້ງແຕ່ເຊົ້າ ກະກຽມເຄື່ອງໃສ່ບາດ, ນຸ່ງເຄື່ອງຕາມຮີດຄອງປະເພນີ ເພື່ອເດີນທາງເຂົ້າຮ່ວມງານບຸນໃນຄັ້ງນີ້. ພິທີທາງສາສະໜາແມ່ນໄດ້ເລີ່ມຂຶ້ນໃນຕອນເຊົ້າ ເວລາ 7 ໂມງ 00 ໂດຍການໄຕ້ທຽນບູຊາພຣະລັດຕະນະໄຕຣ ຖວາຍວັດຖຸປັດໃຈຈາກຍາດໂຍມ, ໄຫວ້ພຣະຮັບສິນ, ຟັງເທດສະໜາ ແລະ ຄາລະວະຮັບພອນ ທັງນີ້ກໍ່ເພື່ອເປັນການອຸທິດສ່ວນບຸນກຸສົນໄປຫາ ເຈົ້າກໍານາຍເວນ ເພຶ່ອນມິດສະຫາຍ ປູ່ຍ່າຕາຍາຍ ທີ່ໄດ້ລ່ວງລັບໄປແລ້ວນັ້ນ ຈົ່ງມາຮັບຈັບໂຈມເອົາຜົນບຸນດັ່ງກ່າວ ທີ່ລູກຫຼານໄດ້ອຸທິດໃຫ້ ພ້ອມຍັງເປັນການຂໍພອນໃຫ້ສິ່ງດີໆເກີດຂື້ນແກ່ຕົນເອງ ແລະ ຄອບຄົວຕໍ່ໄປໃນອານາຄົດ, ນອກນັ້ນ ຍັງເຮັດໃຫ້ຕົນເອງຮູ້ສຶກເບີກບານມ່ວນຊື່ນ ແລະ ສະບາຍໃຈຂຶ້ນ.

ບຸນອອກພັນສາປະວໍລະນາ: ຄໍາວ່າ ປະວໍລະນາ ແປວ່າ ບອກກັນໄວ້ລ່ວງໜ້າ ບຸນອອກພັນສາແມ່ນເດືອນ 11 ເພັງ ພາຍຫຼັງພະສົງຢູ່ຈໍາພັນສາໄດ້ 3 ເດືອນ ໃນການອອກພັນສານີ້ ຊາວພຸດທະສາສະນິກກະຊົນທັງຫຼາຍກໍ່ພາກັນເຮັດບຸນຕັກບາດ ສ່ວນພະສົງກໍ່ຈະໄດ້ຮັບອະນິສົງໃນການຈໍາພັນສາຕາມພຸດທະອົງຊົງບັນຍັດໄວ້ໃນຄໍາພີ, ບຸນອອກພັນສາປະວໍລະນາ ມີກິດຈະກໍາທີ່ສໍາຄັນທີ່ມ່ວນຊື່ນຄຶກຄື້ນ ເຊັ່ນ: ມີການໄຫຼເຮືອໄຟ, ວຽນທຽນ ແລະ ອື່ນໆ, ການໄຫຼເຮືອໄຟມີສອງແບບ ຄື: ໄຫຼເຮືອໄຟໂຄກ ແລະ ໄຫຼເຮືອໄຟນໍ້າ ຕາມປະເພນີສາສະໜາພາມເຊິ່ງມີມາແຕ່ດົນນນານ ໂດຍສະເພາະແມ່ນສະໄໝ ເຈົ້າສຸລິຍະວົງສາ ການເຮັດພິທີໄຫຼເຮືອໄຟນີ້ ມີຈຸດປະສົງບູຊາພະຜູ້ເປັນເຈົ້າ ນອກຈາກການໄຫຼເຮືອໄຟຍັງມີການຊ່ວງເຮືອ, ການຊ່ວງເຮືອຖືເປັນກິລາທາງນໍ້າ ມາຮອດສະໄໝປະຈຸບັນ ການຊ່ວງເຮືອບໍ່ສະເພາະຈັດໃສ່ມື້ອອກພັນສາເທົ່ານັ້ນ ເພີ່ນຍັງນິຍົມຈັດໃສ່ກ່ອນ ຫຼື ຫຼັງອີກ ພິເສດໃນບຸນອອກພັນສາຈະມີປາກົດການທາງທໍາມະຊາດຕາມລໍາແມ່ນໍ້າຂອງເຊິ່ງເວົ້າກັນວ່າ: “ບັ້ງໄຟພະຍານາກ”.

About admins16