ກອງກໍ່ສ້າງຮາກຖານ ເຂດບ້ານບໍ່ ສະຫລຸບວຽກງານປະຈຳໄຕມາດ


ໃນຕອນເຊົ້າທີ 30 ກັນຍາ 2020 ກອງກໍ່ສ້າງຮາກຖານ ເຂດ ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ສະຫຼຸບວຽກງານກໍ່ສ້າງຮາກຖານໃນໄລຍະ 03 ເດືອນ ແລະ ວາງທິດທາງແຜນການ 03 ເດືອນທ້າຍປີ 2020, ໂດຍການເປັນປະທານຂອງ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ.

ໃນກອງປະຊຸມ ໄດ້ຟັງການລາຍງານບົດສະຫຼຸບວຽກງານການຊີ້ນຳ-ນຳພາວຽກງານການລົງກໍ່ສ້າງຮາກຖານໃນໄລຍະ 3 ເດືອນຜ່ານມາ ຈາກທ່ານ ພັທ ໄຂຄຳ ປັນຍານຸວົງ ຫົວໜ້າຊີ້ນຳກອງກໍ່ສ້າງຮາກຖານເຂດບ້ານບໍ່, ເຊີ່ງທ່ານໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ສະພາບການພາຍໃນ 05 ໝູ່ບ້ານເຂດ ບ້ານບໍ່ ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າມີຄວາມຕື່ນຕົວ, ເປັນເຈົ້າການໃນການປະຕິບັດຕາມລະບຽບກົດໝາຍຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທີງວາງອອກ ໂດຍສະເພາະມີສ່ວນຮ່ວມເປັນເຈົ້າການ ໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ສະກັດກັ້ນຕ້ານພະຍາດໂຄວິດ-19 ໄດ້ເປັນຢ່າງດີ.

ໄລຍະ 03 ເດືອນຜ່ານມາ ຄະນະພັກກອງບັນຊາການ ປກສ ເມືອງບໍລິຄັນ ທີ່ລົງປະຈຳຢູ່ເຂດບ້ານບໍ່, ໄດ້ເອົາໃຈໃສ່ນຳພາຊິ້ນຳຢ່າງໄກ້ສິດຕິດແທດນຳອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນ 5 ບ້ານ ໃຫ້ມີຄວາມສາມັກຄີ, ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ, ມີຄວາມເອົາໃຈໃສ່ໃນການປະຕິບັດທຸກຂົງເຂດການຈັດຕັ້ງພາຍໃນບ້ານ ໃຫ້ມີການເຄື່ອນໄຫວຕາມສິດ ແລະ ໜ້າທີ່, ພາລະບົດບາດຂອງຕົນ, ມີການປະຈຳການປ້ອງກັນເວນຍາມ ເພື່ອອຳນວນຄວາມສະດວກໃຫ້ແກ່ປະຊາຊົນພາຍໃນບ້ານຢ່າງເປັນປົກກະຕິ, ສາມາດສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂື້ນ ເຊັ່ນ:

ບັນຫາຄອບຄົວບໍ່ມີຄວາມສະຫງົບ ແລະ ບັນຫາມົ່ວສຸມ, ເສບຢາເສບຕິດໄດ້ 07 ກໍລະນີ, ມີຈຳນວນ 271 ຄົນ, ເຊີ່ງໄດ້ນຳມາສຶກສາອົບຮົມ ແລ້ວເຫັນວ່າ ພວກກ່ຽວມີການປ່ຽນແປງ, ຢຸດເຊົາ.

ກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ສະເໜີບາງບັນຫາທີ່ຍັງບໍ່ທັນສົມບູນ ແລະ  ຄົບຖ້ວນ, ໂອກາດດຽວກັນນັ້ນຍັງໄດ້ມອບໃບຊົມເຊີຍຂອງທ່ານເຈົ້າເມືອງບໍລິຄັນ, ໃຫ້ແກ່ນັກທຸລະກິດທີ່ປະກອບສ່ວນທາງດ້ານວັດຖຸ ແລະ ທຶນຮອນ ເຂົ້າໃນວຽກງານກໍ່ສ້າງຮາກຖານຈຳນວນ 04 ທ່ານ ແລະ ມອບໃບຍ້ອງຍໍໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນຈຳນວນ 23 ທ່ານ.

About admin11