ສ່ວຍສາອາກອນແຂວງ ເຜີຍແຜ່ລັດຖະບັນຍັດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2021 ຢູ່ຫ້ອງປະຊຸມຂອງສ່ວຍສາອາກອນປະຈຳແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ລັດຖະບັນຍັດ ຂອງປະທານປະເທດ ເລກທີ 002/ປປທ ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ດວງຕາ ເພຍແກ້ວ ຮອງຫົວໜ້າພະແນກການເງິນແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນຈາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ດວງຕາ ເພຍແກ້ວ ໄດ້ຍົກໃຫ້ເຫັນວ່າ ຈຸດປະສົງກໍ່ເພື່ອກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການກຳນົດຄ່າທຳນຽມ ແລະ ຄ່າບໍລິການວິຊາການຂອງຂະແໜງການລັດ ເພື່ອຄຸ້ມຄອງການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ເຊິ່ງຕ້ອງໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ຄຸ້ມຄອງການຈັດເກັບ ແລະ ມອບເຂົ້າງົບປະມານແຫ່ງລັດຢ່າງລວມສູນ, ຈັດເກັບ ແລະ ນຳໃຊ້ໃຫ້ຖືກຕ້ອງ ຄົບຖ້ວນຕາມກົດໝາຍ ໂປ່ງໃສ, ກວດສອບໄດ້ ທັນຕາມເວລາກຳນົດ ແລະ ມີປະສິດທິຜົນ, ຕ້ອງມອບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນໂດຍຜ່ານທະນາຄານ ທີ່ມີບັນຊີຂອງຄັງເງິນແຫ່ງຊາດ, ສຳລັບຂະແໜງການທີ່ມີຄວາມຈຳເປັນ ມີເງິນສົດແຮຄັງ ເພື່ອຮັບໃຊ້ວຽກງານວິຊາສະເພາະ ຕ້ອງປະຕິບັດຕາມລະບຽບການສະເພາະທີ່ກະຊວງການເງິນວາງອອກ.

ທ່ານຍັງກ່າວຕື່ມອີກວ່າ ລາຍຮັບຈາກຄ່າບໍລິການ ຂອງບັນດາຂະແໜງການ ຕ້ອງຄິດໄລ່ ແລະ ສັງລວມເຂົ້າໃນແຜນງົບປະມານປະຈຳປີ ຂອງແຕ່ລະຂະແໜງການ, ປະຕິບັດຕາມລະບຽບການເງິນແຫ່ງລັດ ແລະ ພາຍໃຕ້ການຄຸ້ມຄອງຂອງຂະແໜງທີ່ກ່ຽວຂ້ອງ ແລະ ຂະແໜງການເງິນ ສຳລັບຄ່າບໍລິການ ທີ່ຕິດພັນກັບກອງທຶນລັດ ໃຫ້ປະຕິບັດຕາມລະບຽບການສະເພາະຂອງກອງທຶນ, ລັດຖະບານມອບໃຫ້ກະຊວງການເງິນກຳນົດ ຂັ້ນຕອນ, ຮູບການ ແລະ ວິທີການນຳໃຊ້ລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ, ຂະແໜງການກ່ຽວຂ້ອງ ຕ້ອງສະຫຼຸບລາຍງານປະຈຳປີກ່ຽວກັບ ການນຳໃຊ້ລາຍຮັບຄ່າບໍລິການດັ່ງກ່າວ ເພື່ອລາຍງານຂະແໜງການເງິນ ຖ້າຫາກນຳໃຊ້ບໍ່ໝົດຕ້ອງໄດ້ມອບ ແລະ ສົ່ງຄືນເຂົ້າງົບປະມານແຫ່ງລັດ.

About admins16